ເພີ່ມທະວີການສົມທົບລະຫວ່າງຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ແລະສູນກາງສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ

ເພີ່ມທະວີການສົມທົບລະຫວ່າງຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ແລະສູນກາງສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ - ảnh 1

ກອງ​ປະຊຸມລະຫວ່າງ​ຂະ​ແໜງ​ລະຫວ່າງ​ປະຈຳການ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ ພາກ​ໃຕ້ແລະ ປະຈຳການ​ສູນ​ກາງສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ      (ພາບ: DuyKhuong/TTXVN)


 (vovworld) - ວັນ​ທີ 6/7, ຢູ່​ນະຄອນ ​ເກີນ​ເທີ, ປະຈຳການ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກພາກ​ໃຕ້ ​ແລະ ສູນ​ກາງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​​ໄດ້​ສົມທົບຈັດ​ຕັ້ງ​ກອງ​ປະຊຸມລະຫວ່າງ​ຂະ​ແໜງ​ລະຫວ່າງ​ປະຈຳການ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ແລະ ປະຈຳການ​ສູນ​ກາງສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ.

        ສອງ​ຝ່າຍ​​ປຶກສາ​ຫາລື ​ແລະ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ລາຍການ​ສົມທົບ​ການ​ເຄື່ອນ​ໄຫວ. ຕາມ​ນັ້ນ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກພາກ​ໃຕ້​ມີຄວາມ​ຮັບຜິດ​ຊອບສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​​ຊ່ວຍ​​ເຫຼືອ, ໜູນ​ຊ່ວຍ ສູນ​ກາງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ຢູ່​ບັນດາ​ທ້ອງ​ຖິ່ນ​ປະຕິບັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ເປັນ​ຢ່າງ​ດີ; ຊີ້​ນຳບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ບັນດາ​ທ້ອງ​ຖິ່ນສົ່ງ​ເສີມ​ການ​ສ້າງ​ຕັ້ງ​ສະມາຄົມ ​ເພື່ອ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່​ເປັນ​ຢ່າງ​ດີ. ສູນ​ກາງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ມີ​ຄວາມ​ຮັບຜິດຊອບ​ເພີ່ມ​ທະວີ​ຊີ້​ນຳ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາ​ຄົນ​ໃນ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ພິ​ເສດ​ແມ່ນ​ເຂດ​​ຊາຍ​ແດນ, ​ເປີດ​ກ້ວາງ​ການ​ພົວພັນ​ການ​ຕ່າງປະ​ເທດ​ປະຊາຊົນ, ​ເຕົ້າ​ໂຮມ​ບັນດາອະດີດ​ນັກ​ຊ່ຽວຊານ, ນັກຮົບ​ເກົ່າອາສາ​ສະໝັກ ​ເຊິ່ງ​ເຄີຍ​ປະ​ຕິ​ບັດ​ວຽກ​ງານ, ສູ້​ຮົບ​ຢູ່ ກຳປູ​ເຈຍ ​ເຂົ້າ​ເປັນ​ສະມາຊິກສະມາ​ຄົນ.

ຂ່າວ/ບົດ​ອື່ນ