ເພີ່ມທະວີການສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນກ່ຽວກັບອາຊຽນແລະUnesco

ເພີ່ມທະວີການສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນກ່ຽວກັບອາຊຽນແລະUnesco - ảnh 1
ທ່ານ ຫງວຽນ​ແທ່ງ​ຮືງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) – ​ ​ວັນ​ທີ 28/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ ຫວຽດ​ນາມ ໄດ້​ສົມ​ທົບ​ກັບຫຼາຍ​ກະ​ຊວງ, ຂະ​ແໜງ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຝຶກ​ອົບ​ຮົບ​ກ່ຽວ​ກັບ ອາ​ຊຽນ (ສະ​ມາ​ຄົມ​ປະຊາ​ຊາດ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້) ແລະ UNESCO (ອົງ​ການ​ສຶກ​ສາ, ວິ​ທະ​ສາ​ສາດ ແລະ ວັດ​ທະ​ນະ​ທຳ​ຂອງ ສ​ປ​ຊ). ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຈຳ​ເປັນ, ປະ​ກອບ​ສ່ວນ​ອັບ​ເດດ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ບັນ​ດາ​ພະ​ນັກ​ງານ​ຂອງ​ບັນ​ດາ​ພະ​ແນກ​​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​​ເຂດພາກ​ເໜືອ, ນັກ​ຂ່າວ​ຂອງຫຼາຍ​ອົງ​ການ​ສື່ມວນ​ຊົນຢູ່ ຮ່າ​ໂນ້ຍ ກ່ຽວ​ກັບ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ, ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ​ກ່ຽວ​ກັບ 2 ຫົວ​ຂໍ້​ກ່ຽວ​ກັບ ອາ​ຊຽນ ແລະ Unesco. ຕາມ​ທ່ານ ຫງວຽນ​ແທ່ງ​ຮືງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ແລ້ວ, ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ໂອ​ກາດເພື່ອ​ໃຫ້​ບັນ​ດາ​ນັກ​ຂ່າວ, ບັນ​ນາ​ທິ​ການ, ພະ​ນັກ​ງານ​ຂະ​ແໜງ ຖະ​ແຫຼງ​ຂ່າວ ແລະ ​ສື່​ສານ, ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ໂດຍ​ກົງ​ໄດ້​ແລກ​ປ່ຽ​ນ​ກ່ຽວ​ກັບ​ກົນ​ໄກ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ, ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ການ​ໂຄ​ສະ​ນາ​ໃຫ້​ດີ​ກ່​ວາ​ອີກ, ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ຜູ້ອ່ານ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ປະ​ຊາ​ຄົມ ອາ​ຊຽນ, ການ​ເຄື່ອນ​ໄຫວ​ຂອງ Unesco.


ຂ່າວ/ບົດ​ອື່ນ