ເພີ່ມທະວີການຮ່ວມມື ICT ຫວຽດນາມ - ສ.ເຊັກໂກ

ເພີ່ມທະວີການຮ່ວມມື ICT ຫວຽດນາມ - ສ.ເຊັກໂກ - ảnh 1
(ເພີ່ມທະວີການຮ່ວມມື ICT ຫວຽດນາມ - ສ.ເຊັກໂກ)

(vovworld) ​- ​ຫວຽດ​ນາມ ແລະ ສ.ເຊັກ​ໂກ ໄດ້​ປຶກ​ສາ​ຫາ​ລື​ຫຼາຍ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ​້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ​່າວ​ສານ ແລະ ສື່​ສານ (ICT) ເນື່ອງ​ໃນ​ໂອ​ກາດ​​ການຢ້ຽມ​ຢາມ ສ.ເຊັກ​ໂກ​ ໃນ​ລະ​ຫວ່າງວັນ​ທີ 01 – 04/12 ຂອງ​ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື​່​ສານ ເຈືອງ​ມິງ​ຕ໋ວນ. ທີ່​ການ​ເຮັດ​ວຽກ​ກັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ສ.ເຊັກ​ໂກ Petra Smolikova, 2 ຝ່າຍ​ໄດ້​ແລກ​ປ່ຽນ​ໝານ​ຜົນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດຖະ​ແຫຼງ​ຂ່າວ ແລະ ສື​່​ສານ​ໃນ​ໄລ​ຍະ​ຜ່ານ​ມາ. 2 ຝ່າຍ​ເຫັນ​ດີ​ນຳ​ກັນ​ຈະ​ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກໍ​ຄື​ນັກ​ຂ່າວ, ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ, ສື່​ສານ, ບັນ​ດາໂທ​ລະ​ພາບ, ກະ​ຈາຍ​ສຽງ ສ້າງ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໂດຍ​ກົງ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ດ້ານ​ເນື້ອ​ໃນ, ລາຍ​ການ. ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານນີ້ກໍ​ແມ່ນ​ຫົວ​​ຂໍ້ທີ່​ໄດ້​ນຳ​ມາ​ປ​ຶກ​ສ​າ​ຫາ​ລື​ທີ່​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມິງ​ຕ໋ວນ ແລະ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ສ.ເຊັກ​ໂກ Karel Novotny. ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມິງ​ຕ໋ວນ ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ປາດ​ຖະ​ໜາ​ໄດ້​ຮັບ​ການ​ແບ່ງ​ປັ​ນ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຊີ​ຂ​ໍ້​ມູນ​ຂ່າ​ວ​ສານ, ໃນ​ນັ້ນ​ມີ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​​ໃນ​ການ​ສື່​ສານ​ຈາກ​ຝ່າຍ​ສ.ເຊັກ​ໂກ. ຝ່າຍ ສ.ເຊັກ​ໂກ ໄດ້​ຊົມ​ເຊີຍ​ຂໍ້​ສະ​ເໜີ​ຂອງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ, ພ້ອມ​ທັງ​ຢືນຢ​ັນ​ ພ້​ອມ​ແລ​້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຊີ​ຂ​ໍ້​ມູນ​ຂ່າ​ວ​ສານ​ກັບ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ