ເພີ່ມທະວີການຮ່ວມມື ລະຫວ່າງພັກກອມມູນິດ ສອງປະເທດຫວຽດນາມ-ລັດເຊຍ


ເພີ່ມທະວີການຮ່ວມມື ລະຫວ່າງພັກກອມມູນິດ ສອງປະເທດຫວຽດນາມ-ລັດເຊຍ - ảnh 1

(ພາບ: Trí Dũng - TTXVN )

 (vovworld)-​ ຕອນ​ເຊົ້າວັນ​ທີ 24/11, ຢູ່​ນະຄອນຫຼວງ​ມົດ​ສະ​ກູ, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ​ໄດ້​ໃຫ້ການ​ຕອ້ນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ (KPRF) ​ໂດຍ​ທ່ານ​ປະທານ Gennady Ziuganov ນຳ​ໜ້າມາ​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫ່ຍ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ຂອບ​ອົກ​ຂອບ​ໃຈ​ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ລ້ຳຄ່າ​ຂອງ​ບັນດາ​ນັກ​ກອມ​ມູນິດ ​ແລະ ປຊຊ ລັດ​ເຊຍ ສະຫງວນ​ໃຫ້​ແກ່​ຫວຽດນາມ. ທ່ານ​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ, ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ (KPRF) ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ຢືນຢັນ​ອິດ​ທິພົນ​ຊື່​ງສຽງ​ທີ່ໝັ້ນຄົງ​ໃນ​ຊີວິດ​ດ້ານ​ການ​ເມືອງ-​ສັງຄົມ​ຢູ່​ສະຫະພັນ​ລັດ​ເຊຍ ກໍ່​ຄື​ໃນ​ຂະ​ບວນການ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ.

  ສ່ວນ​ທ່ານ Gennady Ziuganov ​ເນັ້ນໜັກ​ວ່າ, ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ (KPRF) ຍາມ​ໃດ​ກໍ່​ສະ​ຫນັບ​ສະ​ໜູນ​ແຜນ​ນະ​ໂຍບາຍ​ຂອງ​ປະທານາທິບໍດີ ​ແລະ ລັດຖະບານ​ລັດ​ເຊຍ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽ​ດນາມ. ທ່ານ​ຢືນຢັນ​ວ່າ ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ (KPRF) ຈະ​ສືບ​ຕໍ່​ສະ​ຫນັບ​ສະ​ໜູນ​ເພື່ອ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-ສະຫະພັນ​ລັດ​ເຊຍ ນັບ​ມື້​ນັບໝັນຄົງ​ໜັກ​ແໜ້ນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ ປຊຊ ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ສອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

  ເພີ່ມທະວີການຮ່ວມມື ລະຫວ່າງພັກກອມມູນິດ ສອງປະເທດຫວຽດນາມ-ລັດເຊຍ - ảnh 2

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ

 ຢ້ຽມ​ຢາມ​ສູນ​ວັດ​ທະ​ນະ​ທຳ ການ​ຄ້າ ຮ່າ​ໂນ​້ຍ - ມົດ​ສ​ກູ

(ພາບ: Trí Dũng - TTXVN)

   ​ວັນ​ທີ 23/11, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ໄປ​ຮອດ​ນະ​ຄອນຫຼວງ ມົດ​ສ​ກູ, ເລີ່​ມ​ຕົ້ນ​ການ​ຢ້ຽ​ມ​ຢາມ​ສະ​ຫະ​ພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊື້ອ​ເຊີ​ນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin. ​ພິ​ທີ​ຕ້ອນ​ຮັບທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ສະ​ຫນາມ​ບິນ Vnukovo. ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວາ​ລີ​ປະ​ທານ ໂຮ່​ຈີ​ມິນ, ຢ້ຽມ​ຢາມ​ສູນ​ວັດ​ທະ​ນະ​ທຳການ​ຄ້າ ຮ່າ​ໂນ້ຍ - ມົດ​ສ​ກູ, ພົບ​ປະ, ໂອ້​ລົ​ມ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ແລະ ​ຜູ້ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສະ​ຫະ​ພັນ ລັດ​ເຊຍ. ທ່ານ ຫງວຽນ​ຟູ໋ຈ້ອງ ໄດ້​ແຈ້ງ​ເຖິງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ສະ​ຫະ​ພັນ ລັດ​ເຊຍ ກ່ຽວ​ກັບ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ, ກ່ຽວ​ກັບ​ທຸກ​ດ້ານ​ໃນ​ຊີ​ວິດ​ສັງ​ຄົມ​ຂອງ ຫວຽດ​ນາມ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫວັງ​ວ່າ, ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສະ​ຫະ​ພັນ ລັດ​ເຊຍ ຈະ​ກາຍ​ເປັນ​ຂົວ​ຕໍ່​ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ຫວຽດ​ນາມ - ລັດ​ເຊຍ ແລະ ສ້າງ​ຮູບ​ພາບ​ຊາວ ຫວຽດ​ນາມ ດີ​ງາມ​ໃນ​ນ້ຳ​ໃຈ​ເພື່ອນ​ມິດ​ລັດ​ເຊຍ.
   ກ່ອນໜ້ານັ້ນ, ວັນ​ທີ 21/11, ໜັງ​ສື​ພິມ “ຄວາມ​ຈິງ” (Pravda.ru) ຂອງ​ລັດ​ເຊຍ ໄດ້​ໃຫ້​ຂ່າວ​ລວບ​ລວມ​ບັນ​ດາ​ຄຳ​ເຫັນ​ຂອງວົງ​ການ​ການ​ເມືອງ, ນັກ​ຮຽນ​ຮູ້, ນັກ​ຊ່ຽວ​ຊານ ແລະ ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ມິດ​ຕະ​ພາບ​ກັບ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ ສະ​ຫະ​ພັນ ລັດ​ເຊຍ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ. ຕາມນັ້ນ​ແລ້ວ, ການ​ຢ້ຽມ​ຢາມ​ຂອງ​ທ່ານ ຫງວຽນ​ຟູ໋​ຈ້ອງ ໄດ້​ຮັບ​ຖື​ວ່າ​ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

        ໜັງ​ສື​ພິມ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Leonid Kalashnikov, ຮອງ​ປ​ະ​ທານ​ຜູ້​ທີ່​ໜຶ່ງ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ ລັດ​ເຊຍ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ພັກ​ກອມ​ມູ​ນິດ​ສະ​ຫະ​ພັນ ລັດ​ເຊຍ, ​ໃຫ້​ຂໍ້​ສັງ​ເກດວ່າ: ການ​ພົວ​ພັນ​ລະ​ຫ​ວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ມີ​ປະ​ຫວັດ​ສາດ​ຍາວ​ນານ ແລະ ພັດ​ທະ​ນາ​ຢູ່​ລະ​ດັບ​ສູງ. ປະ​ຈຸ​ບັນ​, ການ​ພົວ​ພັນ​ນີ້​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້​ໃນ​ທຸກໆ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ອຸດ​ສາ​ຫະ​ກຳ ແລະ ວັດ​ທະ​ນະ​ທຳ. ໃນ​ຂະ​ນະ​ນັ້ນ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ, ທ່ານ Vladimir Buyanov, ຢັ້ງ​ຢືນ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ ມີ​ລັກ​ສະ​ນະ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ສ່ວນ​ນັກ​ຊ່ຽວ​ຊານ ສະ​ພາ​ພົວ​ພັນ​ຕ່າງ​ປະ​ເທດ ລັດ​ເຊຍ, ທ່ານ Anton Svetov, ຖື​ວ່າ: ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ອາ​ຊີ, ຫວຽດ​ນາມ ມີ​ທີ່​ຕັ້ງ​ ​ພົ້ນ​ເດັ່ນ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ລັດ​ເຊຍ ຢູ່​ພາກ​ພື້ນນີ້.

        ສຳ​ນັກ​ຂ່າວ ເອີ​ລົບ Presse Image, ວັນ​ທີ 22/11, ມີ​ບົດ​ຂຽນ​​ຕີ​ລາ​ຄາ​ຕັ້ງ​ໜ້າກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ ລັດ​ເຊຍ ແລະ ສ.ເບ​ລາ​ຣຸດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ.



ຂ່າວ/ບົດ​ອື່ນ