ເພີ່ມທະວີການຮ່ວມມື, ຮັບປະກັນຄວາມສະຫງົບຢູ່ເສັ້ນຊາຍແດນຫວຽດນາມ-ລາວ

(VOVWORLD) -ເສັ້ນຊາຍແດນລະຫວ່າງສອງແຂວງໄດ້ຮັບການປົກປັກຮັກສາຢ່າງມີຄວາມສະຫງົບ, ຍາມໃດກໍຮັກສາສະຖຽນລະພາບ ດ້ານການເມືອງ - ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ເຂດຊາຍແດນ…

ວັນທີ 23 ພຶດສະພາ, ຢູ່ແຂວງກວາງບິງ, ຫວຽດນາມ ແລະ ແຂວງສາຫວັນນະເຂດ, ລາວ, ໄດ້ມີການພົບປະເຈລະຈາ, ລົງນາມໃນບົດບັນທຶກການຮ່ວມມືຢູ່ເຂດຊາຍແດນ.ສອງແຂວງ ກວາງບິງ ແລະ ສະຫວັນນະເຂດ ໄດ້ຮັກສາສາຍພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ລະຫວ່າງອຳນາດການປົກຄອງຂັ້ນຕ່າງໆ ແລະກຳລັງສະເພາະກິດ. ເສັ້ນຊາຍແດນລະຫວ່າງສອງແຂວງໄດ້ຮັບການປົກປັກຮັກສາຢ່າງມີຄວາມສະຫງົບ, ຍາມໃດກໍຮັກສາສະຖຽນລະພາບ ດ້ານການເມືອງ - ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ເຂດຊາຍແດນ… ອຳນາດການປົກຄອງຂັ້ນຕ່າງໆຂອງສອງແຂວງ ໄດ້ມີບັນດາແຜນນະໂຍບາຍ, ມາດຕະການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາເສດຖະກິດ - ສັງຄົມ, ຫຼຸດຜ່ອນຄວາມທຸກຍາກອຶດຫິວຢູ່ເຂດຊາຍແດນ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນຂອງສອງແຂວງໃຫ້ດີຂຶ້ນ.

        ບົນພື້ນຖານນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ລົງນາມໃນບົດບັນທຶກການຮ່ວມມືໃນໄລຍະຈະມາເຖິງ; ໃນນັ້ນ, ໄດ້ເນັ້ກໜັກເຖິງເນື້ອໃນ: ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຢ່າງແໜ້ນແຟ້ນ, ເປັນປົກກະຕິ ແລະ ມີປະສິດທິຜົນລະຫວ່າງອຳນາດການປົກຄອງຂັ້ນຕ່າງໆ ແລະ ກຳລັງຄຸ້ມຄອງ, ຮັກສາເຂດຊາຍແດນ; ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຕັ້ງໜ້າເຂົ້າຮ່ວມວຽກງານປົກປັກຮັກສາເສັ້ນຊາຍແດນ ແລະເສົາຫຼັກໝາຍຊາຍແດນໃຫ້ເປັນຢ່າງດີ.


ຕອບກັບ

ຂ່າວ/ບົດ​ອື່ນ