ເພີ່ມທະວີການຮ່ວມມືກຳມະບານ2ປະເທດຫວຽດນາມ-ອົດສະຕາລີ

ເພີ່ມທະວີການຮ່ວມມືກຳມະບານ2ປະເທດຫວຽດນາມ-ອົດສະຕາລີ - ảnh 1
​ທ່ານ ດັ້ງ​ງ້ອກຕູງ ປະທານ​
ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 04/01, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໂດຍ​ທ່ານ ດັ້ງ​ງ້ອກຕູງ ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ດຳ​ເນີນການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສະພາ​ກຳມະບານ ອົດ​ສະ​ຕາ​ລີ ​ໂດຍ​ທ່ານ​ນາງ Ged Kearney ປະທານ​ສະພາ​ກຳມະບານ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​​ເຈລະຈາ, ທ່ານ ດັ້ງ​ງ້ອກຕູ​ງ ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ແບ່ງປັນ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​​ເຄື່ອນ​ໄຫວ​ຂອງ​ກຳມະບານ ຫວຽດນາມ ​ແລະ ໜ້າ​ທີ່​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ໃຫຍ່​ກຳມະບານ ຫວຽດນາມ ຄັ້ງ​ທີ 11. ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຂອງ​ສະພາ​ກຳມະບານ ອົດ​ສະ​ຕາ​ລີ, ທ່ານ ດັ້ງ​ງ້ອກຕູ​ງ ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ປາດ​ຖະໜາ​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ໃນ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາມັກຄີ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຂະ​ບວນການ​ແຮງ​ງານ ​ແລະ ກຳມະບານ 2 ປະ​ເທດ​ກ່ວາ​ອີກ.

        ສ່ວນທ່ານ​ນາງ Ged Kearney ມີ​ຄວາມປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ກຳມະບານ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ນາງ Ged Kearney ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ນີ້​ໃຫ້​ດີງາມ. ​ເນື່ອງ​​ໃນ​ໂອກາດ​ນີ້, ທ່ານ​ນາງ Ged Kearney ກໍ່​ແຈ້ງ​​ສະພາບ​ການ​ຂອງ​ປະ​ເທດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ກຳມະບານ ອົດ​ສະ​ຕາ​ລີ​ ໃນ​ຊຸມ​ປີຜ່ານມາ.

ຂ່າວ/ບົດ​ອື່ນ