ເພີ່ມທະວີການຮ່ວມມືກ່ຽວກັບພື້ນຖານໂຄງລ່າງ,ຄົມມະນາຄົມລະຫວ່າງຫວຽດນາມແລະຝລັ່ງ

ເພີ່ມທະວີການຮ່ວມມືກ່ຽວກັບພື້ນຖານໂຄງລ່າງ,ຄົມມະນາຄົມລະຫວ່າງຫວຽດນາມແລະຝລັ່ງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ຟ້າມ​ບີງ​ມີງ ໄດ້​ຕ້ອນ​ຮັບ​​ທ່ານ Alain Vidalies, ລັດ​ຖະ​ມົນ​ຕີ​ ຮັບ​ຜິດ​ຊອບຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ທະ​ເລ ແລະ ສິນ​ໃນ​ນ້ຳ ຝ​ລັ່ງ
ພາບ:baochinhphu.vn

(vovworld)- ຕອນ​ບ່າຍ​ວັນ​ທີ 16/1 ຢູ່ ຮ່​າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ຕ້ອນ​ຮັບ​​ທ່ານ Alain Vidalies, ລັດ​ຖະ​ມົນ​ຕີ​ ຮັບ​ຜິດ​ຊອບຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ທະ​ເລ ແລະ ສິນ​ໃນ​ນ້ຳ ຝ​ລັ່ງ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ຖື​ການ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ກັບ ຝ​ລັ່ງ ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫນາ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ​- ຝ​ລັ່ງ ໃນ​ທຸກ​ຂົງ​ເຂດ​ໃຫ້​ເລິກ​ເຊິ່ງກວ່າ, ມຸ່ງ​ໄປ​ເຖິງວິ​ໄສ​ທັດ​ຍາວ​ນານ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຕີ​ລາ​ຄາ​ສູງ​ນະ​ໂຍ​ບາຍ​ຂອງ​ຝ​ລັ່ງ ແມ່ນ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ​ຫວຽດ​ນາມ, ​ຝ​ລັ່ງແມ່ນ​ນັກ​ລົງ​ທຶນ​ເອີ​ລົບ, ຄູ່​ຄ້າ​ດ້ານ​ການ​ຄ້າລາຍ​ໃຫຍ່​ຂອງຫວຽດ​ນາມ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ Alain Vidalies ປາດ​ຖະ​ຫນາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ບິນ​ພົນ​ລະ​ເຮືອນ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ.


ຕອບກັບ

ຂ່າວ/ບົດ​ອື່ນ