ເພີ່ມທະວີການຮ່ວມມືຄົ້ນຄວ້າລະຫວ່າງອາເມລິກາແລະບັນດາຄູ່ຮ່ວມມືໃນພາກພື້ນແມ່ນ້ຳຂອງ

ເພີ່ມທະວີການຮ່ວມມືຄົ້ນຄວ້າລະຫວ່າງອາເມລິກາແລະບັນດາຄູ່ຮ່ວມມືໃນພາກພື້ນແມ່ນ້ຳຂອງ - ảnh 1
(ພາບ​ປະ​ກອບ)

(vovworld) - ​​​ ໃນ​ລະ​ຫວ່າງວັນ​ທີ 30/11-1/12 ຢູ່​ນະ​ຄອນ​ເກິນ​ເທີ, ​ໂຮງ​ຮຽນມະ​ຫາ​ວິທະ​ຍາ​ໄລ​ເກິນ​ເທີ​ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ ກ່ຽວ​ກັບ​ເລື່ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຄົ້ນ​ຄວ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ສ້າງ​ໂຄງ​ການ​ຫໍ​ພິ​ພິດ​ຕະ​ພັນ​ປະ​ຫວັດ​ສາດ​ທ​ຳ​ມະ​ຊາດ​ແມ່​ນ້ຳ​ຂອງ. ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຊັ້ນ​ນຳ​ຂອງ​ໂລກ ແລະ ຫວຽດ​ນາມ​ໄດ້​ພ້ອມ​ກັນ​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ ແລະ ສ້າງ​ລາຍ​ການ​ເຄື່ອນ​ໄຫວ​ໃຫ້​ບັນ​ດາ​ກຸ່ມ​ວິ​ຊາ​ສະ​ເພາະ ​ໃນ​ໂຄງ​ການກໍ່​ສ້າງຫໍ​ພິ​ພິດ​ຕະ​ພັນ​ປະ​ຫວັດ​ສາດ​ທ​ຳ​ມະ​ຊາດ​ແມ່​ນ້ຳ​ຂອງ. ນີ້​ແມ່ນ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ທຳ​ອິດ​ຂອງ​ເຂດ​ແມ່​ນ້ຳ​ຂອງ, ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ ດ້ານ​ວິ​ທະ​ຍາ​ສາດ, ​ທ່ອງ​ທ່ຽວ, ​ສຶກ​ສາ, ປະ​ຊາ​ຄົມ ແລະ ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ແມ່​ນ້ຳ​ຂອງ. ນີ້​ແມ່ນ​ໂຄງ​ການ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລຫຼາຍ​ແຫ່ງ​ໃນ​ໂລກ, ໃນ​ນັ້ນ​​​ຝ່າຍຫວຽດ​ນາມ ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ​ເກິນ​ເທີ​ ​ແມ່ນ ​ ​ເປັນ​ບ່ອນ​ເຕົ້າ​ໂຮມ​ຂອງ​ນັກ​ວິທະ​ຍາ​ສາດທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

 


ຂ່າວ/ບົດ​ອື່ນ