ເພີ່ມທະວີການຮ່ວມມືດ້ານກອງທັບລະຫວ່າງຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືດ້ານກອງທັບລະຫວ່າງຫວຽດນາມ-ລາວ - ảnh 1
ເພີ່ມທະວີການຮ່ວມມືດ້ານກອງທັບລະຫວ່າງຫວຽດນາມ-ລາວ
(ພາບ: TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 17/10, ຢູ່​ຮ່າ​ໂນ້ຍ, ພົນ​ເອກ ​ໂດ້ບ໋າ​ຕິ, ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ພົນ​ຕີ ສຸວອນ ເລືອງບຸນມີ, ​ເສນາ​ທິການ​ໃຫຍ່, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງກັນ​ປະ​ເທດ​ລາວ ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 14 – 19/10. ພົນ​ເອກ ​ໂດ້ບ໋າ​ຕິ ຢືນຢັນ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ ຂອງ​ຄະນະ​ຜູ້​ແທນການທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ລາວ ຄັ້ງ​ນີ້ ​ໄດ້​ປະກອບສ່ວນ​​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມສາມັກຄື​​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ກອງທັບ 2 ປະ​ເທດ​ຫວຽດນາມ - ລາວ. ສ່ວນ​ພົນ​ຕີ ສຸວອນ ເລືອງບຸນມີ ​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ​ຫວຽດນາມ ​ໃນ​ຄັ້ງ​ນີ້, ນອກ​ຈາກ​ລາຍການ​ພົບ​ປະ​ເຈລະຈາ, ຄະນະ​ຜູ້​ແທນ​ຍັງ​ຕາງໜ້າ​ໃຫ້​ລັດຖະບານ, ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ເຂົ້າຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​​ເຂດ​ທະ​ຫານ 2, 4, 5 ຂອງ​ຫວຽດນາມ ​ແລ​ະ ປະດັບ​ຫຼຽນ​ໄຊ​ຂອງ​ລັດ​ລາວ ​ໃຫ້​ບັນດາ​ຫົວໜ່ວຍ​ດັ່ງກ່າວ. 2 ຝ່າຍ​ກໍ​ໄດ້​​ແລກປ່ຽນ​ກ່ຽວ​ກັບ​ເນື້ອ​ໃນ, ມາ​ດຕະການ​ຮ່ວມ​ມື​ຕ່າງໆລະຫວ່າງ​ກົມ​ເສນາ​ທິການ​ໃຫຍ່ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ບາງ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ