ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ ອາຊຽນ -ຮົ່ງກົງ(ຈີນ)

(VOVWORLD) -ເດືອນພະຈິກຈະມາເຖິງ ຮົ່ງກົງ ແລະ ອາຊຽນ ຈະລົງນາມໃນສັນຍາ FTA ແລະ ຂໍ້ຕົກລົງການລົງທຶນ


 ວັນທີ 9 ກັນຍາ, ວົງການເຈົ້າຫນ້າທີ່ ອາຊຽນ ແລະ ເຂດປົກຄອງພິເສດ ຮົ່ງກົງ (ຈີນ) ປະກາດວ່າ ໄດ້ສຳເລັດການເຈລະຈາກ່ຽວກັບສັນຍາການຄ້າເສລີ FTA ແລະ ຂໍ້ຕົກລົງການລົງທຶນທີ່ກ່ຽວຂ້ອງ. ຖະແຫລງການພາຍຫລັງການປຶກສາຫາລືຄັ້ງທີ 2 ລະຫວ່າງບັນດາທ່ານລັດຖະມົນຕີເສດຖະກິດ ອາຊຽນ -ຮົ່ງກົງ ດຳເນີນຢູ່ ນະຄອນ Pasay ປະເທດ ຟີລີບປີນ, ເຈົ້າຫນ້າທີ່ຮັບຜິດຊອບບັນດາບັນຫາພັດທະນາການຄ້າ ແລະ ເສດຖະກິດ ຮົ່ງກົງ, ທ່ານ Edward Yau ແລະ ລັດຖະມົນຕີການຄ້າ ແລະ ອຸດສາຫະກຳ ຟີລີບປີນ Ramon Lopez ໃຫ້ຮູ້ວ່າ: ເດືອນພະຈິກຈະມາເຖິງ ຮົ່ງກົງ ແລະ ອາຊຽນ ຈະລົງນາມໃນສັນຍາ FTA ແລະ ຂໍ້ຕົກລົງການລົງທຶນນີ້.


ຕອບກັບ

ຂ່າວ/ບົດ​ອື່ນ