ເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າຫວຽດນາມແລະBénin

ເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າຫວຽດນາມແລະBénin - ảnh 1
ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ Bénin Thomas Yayi
(ພາບ: ສຳ​ນັກ​ຂ່າວ​ສານ ຊິນ​ຮ​ວາ/TTXVN)

(vovworld) - ໃນ​ແຈ້ງ​ການ​ທີ່​ພິ​ທີ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຟ້າມ​ເຈື່ອງ​ຢາງ ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ Bénin Thomas Yayi ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ພ້ອມ​ທັງ​ສະ​ເໜີ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ລະ​ຫວ່າງ ຫວຽດ​ນາມ - Bénin ເພື່ອ​ພ້ອມ​ກັນ​ສ້າງ​ຕັ້ງ​ວິ​ວັດ​ທະ​ນາ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ 2 ຝ່າຍ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Bénin ກໍ່​ຢັ້ງ​ຢືນ​ຄືນ​ໃໝ່​ເລື່ອງ​ຮອງ​ຮັບ ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ. ທີ່​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ​ໃນ​ວັນ​ທີ 18/9, ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ Besnin Thomas Yayi ເນັ້ນ​ໜັກ​ວ່າ: 2 ຝ່າຍ​ຄວນ​ດຳ​ເນີນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຕະຫຼາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ ຫວຽດ​ນາມ ຄື: ເຂົ້າ​ສານ, ສິນ​ຄ້າ​ໃຊ້​ສອຍ. Bénin ສະ​ເໜີ​ໃຫ້ ຫວຽດ​ນາມ ສົ່ງ​ນັກ​ຊ່ຽວ​ຊານ​ມາ​ໜູນ​ຊ່ວຍ ຫຼື ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ຮ່ວມ​ທຸ​ລະ​ກິດ​ກ່ຽວ​ກັບ​ກະ​ສິ​ກຳ, ກໍ່​ສ້າງ​, ຮຽກ​ຮ້ອງ​ໃຫ້ ຫວຽດ​ນາມ ເພີ່ມ​ທະ​ວີ​ການສຳ​ພັດ​ກັບ​ຕະຫຼາດ Bénin. Bénin ກໍ່​ສະ​ເໜີ​ໃຫ້ 2 ປະ​ເທດ​ສ້າງ​ຕັ້ງ ແລະ ນຳ​​ຄະ​ນະ​ກຳ​ມະ​ການ​ປະ​ສົມ ຫວຽດ​ນາມ - Bénin ເຂົ້າ​ເຄື່ອນ​ໄຫວ, ພ້ອມ​ກັນ​ສ້າງວິ​ວັດ​ທະ​ນາ​ການ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ 2 ຝ່າຍ.



ຂ່າວ/ບົດ​ອື່ນ