ເພີ່ມທະວີການຮ່ວມມື,ພົວພັນແລກປ່ຽນລະຫວ່າງນອກແວແລະບັນດາປະເທດອາຊຽນ

ເພີ່ມທະວີການຮ່ວມມື,ພົວພັນແລກປ່ຽນລະຫວ່າງນອກແວແລະບັນດາປະເທດອາຊຽນ - ảnh 1
ເຈົ້າຄອງນະຄອນ Oslo ແລະ ບັນດາເອກອັກຄະລັດຖະທູດ ອາຊຽນ
(ພາບ: ສະຖານທູດ ຫວຽດນາມ ປະຈຳນອກແວ)

(vovworld) – ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ລະຫວ່າງ​ສະຫະ​ສະມາຄົມປະຊາ​ຊາດ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ແລະ ລາຊະ​ອານາຈັກ ນອກ​ແວ ​ໃນ​ຫຼາຍ​ຂົງ​ເຂດ, ທ່ານ​ນາງ ​ເລ​ທິຕວຽດ​ມາຍ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ນອກ​​ແວ ພ້ອມ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ, ມຽນມາ, ຟີ​ລິບ​ປິນ ​ແລະ ​ໄທ ​ໃນ​ກຳມາ​ທິການ ອາ​ຊຽນ ຢູ່ Oslo, ຫາ​ກໍ່​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ນາງ Tine Morch Smith, ຫົວໜ້າ​ກົມ​ໃຫຍ່​ພາກ​ພື້ນ ຂຶ້ນ​ກັບ​ກະຊວງ​ການ​ຕ່າງ​ປະ​ເທດ ນອກ​ແວ, ທ່ານ​ນາງ Marianne Borgen, ​ເຈົ້າ​ຄອງ​ນະຄອນ Oslo. ທີ່​ການ​ເຮັດ​ວຽກ, ທ່ານ​ນາງ Tine Morch Smith ​ໄດ້​ຢັ້ງຢືນ​ວ່າ: ພາຍຫຼັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​​ໃນຂົງ​ເຂດ​ຂອງ ອາ​ຊຽນ ​ເມື່ອ​ເດືອນ 8/2015 ພ້ອມ​ກັບ​ການ​ສ້າງ​ຕັ້ງ​ກຳມາ​ທິການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ນອກ​ແວ ​ໃນ​ຕົ້ນ​ເດືອນ 12/2015, ນອກ​ແວ ​ໄດ້​ຕັ້ງໜ​້າສົມທົບ​ກັບ​ຄະນະ​ເລຂາ ອາ​ຊຽນ ​ແລະ ບັນດາປະ​ເທດ ອາ​ຊຽນ ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຕ່າງໆ. ສ່ວນ​​ເຈົ້າ​ຄອງ​ນະຄອນ Oslo, ທ່ານ​ນາງ Marianne Borgen ​ເນັ້ນ​ໜັກ​ວ່າພ້ອມ​​ແລ້ວ​ທີ່​ຈະຊຸກ​ຍູ້​ການ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ລະຫວ່າງ​ນະຄອນ Oslo ກັບ​ບັນດາ​ປະ​ເທດ ອາ​ຊຽນ. ​ໃນ​ການ​ແລກປ່ຽນ​ກັບ​ເຈົ້າ​ແຂວງ Oslo, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ເລ​ທິຕວຽດ​ມາຍ ຫວັງ​ວ່າ Oslo ຈະສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດ​ຕະກາບ ​ແລະ ການ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ປະຊາຊົນ​ລະ​ຫວ່າງ​ນອກ​​ແວ ​ແລະ ຫວຽດນາມ, ລະຫວ່າງ Oslo ​ແລະ ບັນດາ​ຕົວ​ເມືອງ​ຂອງ ຫວຽດນາມ. ທ່ານ​ນາງ Marianne Borgen ​ໄດ້​ຕີ​ລາຄາ​ສູງ​ຜົນສ​ຳ​ເລັດ​ຂອງ​ປະຊາ​ຄົມ​ຊາວເຊື້ອ​ຊາດ ຫວຽດນາມ, ພິ​ເສດ​ແມ່ນ​ຜົນ​ສຳ​ເລັດ​ຂອງ​ຄົນລຸ້ນທີ 2, ທີ 3. ທ່ານ​ນາງ​ຢັ້ງຢືນພ້ອມ​​ແລ້ວ​ທີ່​ຈະຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງ ນອກ​ແວ - ຫວຽດນາມ.


ຂ່າວ/ບົດ​ອື່ນ