ເພີ່ມທະວີການຮ່ວມມືລະຫວ່າງ 2 ຫ້ອງວ່າການລັດຖະບານຫວຽດນາມ-ລາວ

(VOVWORLD) -ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຫວຽດນາມ ຢູ່ລາວ ໃນຄັ້ງນີ້
ເພີ່ມທະວີການຮ່ວມມືລະຫວ່າງ 2 ຫ້ອງວ່າການລັດຖະບານຫວຽດນາມ-ລາວ - ảnh 1 (ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຫວຽດນາມ)

ໂດຍໄດ້ຮັບຄຳເຊີນຂອງທ່ານ ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານລາວ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ໄດ້ນຳໜ້າຄະນະຜູ້ແທນຫ້ອງວ່າການລັດຖະບານຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 19 – 20 ກໍລະກົດ. ຕອນຄ່ຳວັນທີ 19 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຫວຽດນາມ ຢູ່ລາວ ໃນຄັ້ງນີ້ ແລະ ສະເໜີໃຫ້ 2 ຫ້ອງວ່າການຈົ່ງສືບຕໍ່ສົມທົບກັນ, ແລກປ່ຽນບົດຮຽນໃນທຸກຂົງເຂດ; ເພີ່ມທະວີການຮ່ວມມືບຳລຸງສ້າງພະນັກງານ ເພື່ອຮັບປະກັນໃຫ້ວຽກງານເສນາທິການບັນລຸປະສິດທິຜົນ, ຮັບໃຊ້ໃຫ້ແກ່ວຽກງານຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນເບື້ອງຕົ້ນຂອງຫວຽດນາມ ໃນການພັດທະນາລັດຖະບານເອເລັກໂຕນິກ ແລະ ສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບົດຮຽນກັບລາວ ໃນການພັດທະນາລັດຖະບານເອເລັກໂຕນິກ, ພ້ອມທັງສະເໜີໃຫ້ 2 ຫ້ອງວ່າການສົມທົບກັນສ້າງໂຄງການກ່ຽວຂ້ອງເຖິງຂົງເຂດດັ່ງກ່າວ…

ຕອບກັບ

ຂ່າວ/ບົດ​ອື່ນ