ເພີ່ມທະວີການຮ່ວມມືລະຫວ່າງກຳມະບານຫວຽດນາມແລະເບລາຣູດ

ເພີ່ມທະວີການຮ່ວມມືລະຫວ່າງກຳມະບານຫວຽດນາມແລະເບລາຣູດ - ảnh 1
ທີ່​ການ​ເຈລະຈາ​ລະຫວ່າງ​ກຳມະບານ ​ຫວຽດນາມ ​ແລະ ​ເບ​ລາຣູດ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 23/11, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ແຮງ​ງານ​ຫວຽດນາມ ດັ້ງ​ງອກ​ຕຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະຫະພັນ​ກຳມະບານ ​ເບ​ລາຣູດ ​ໂດຍ​ທ່ານ ປະທານ Mikhail Orda ນຳ​ໜ້າ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ກຳມະບານ​ນະຄອນ ​ໂຮ່ຈີ​ມິນ ​ແລະ ກຳມະບານ ​ເບ​ລາຣູດ; ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ກຳມະບານ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ແລະ ກຳມະບານອຸດສາຫະກຳ - ກະສິກຳ​ເບ​ລາຣູດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ກຳມະບານ​ສອງ​ປະ​ເທດ. ທ່ານ​ປະທານ​ສະຫະພັນ​ແຮງ​ງານ​ຫວຽດນາມ ດັ້ງ​ງອກ​ຕຸ່ງ ຫວັງ​ວ່າ​ອົງການ​ກຳມະບານ​ສອງ​ປະ​ເທດ​ຈະ​ປະຕິບັດ​ບັນດາ​ບົດ​ບັນທຶກ​ຊ່ວຍ​ຈຳ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ແລກປ່ຽນ​ວັດທະນະທຳ​ໃນ​ໄລຍະ​ຈະ​ມາ​ເຖິງ​ກວ່າ​ອີກ. ສ່ວນ ປະທານ ສະຫະພັນ​ກຳມະບານ ​ເບ​ລາຣູດ Mikhail Orda ກໍ່​ຕີ​ລາຄາ​ວ່າ, ບັນດາ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ໃນ​ຄັ້ງ​ນີ້ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ​ກຳມະບານ​ຫວຽດນາມ ​ແລະ ​ເບ​ລາຣູດ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ກຳມະບານ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ