ເພີ່ມທະວີການຮ່ວມມືລະຫວ່າງນະຄອນຮ່າໂນ້ຍກັບບັນດາທ້ອງຖິ່ນຂອງສະວິດ

ເພີ່ມທະວີການຮ່ວມມືລະຫວ່າງນະຄອນຮ່າໂນ້ຍກັບບັນດາທ້ອງຖິ່ນຂອງສະວິດ - ảnh 1
ພາບປະກອບ

(vovworld) – ​ຄະນະ​ຜູ້​ແທນ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ​ໂດຍ​ທ່ານນາງ​ຮອງ​ເລຂາ​ຄະນະ​ພັກ​ນະຄອນ ​ໂງ​ທິ​ແທງ​ຮັ່ງ ນຳ​ໜ້າ​ມີ​ການ​ຢ້ຽມຢາມ ​ແລ​ະ ​ເຮ​ັດວຽກ​ຢູ່​ສະ​ວິດ​ແຕ່​ວັນ​ທີ 25 – 27/7. ວັນ​ທີ 27/7, ຢູ່ ​ເຊີ​ແນວ, ຄະນະ​ມີ​ການ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ ລັດ Geneva 2 ທ່ານ, ທ່ານ Luc Barthassat, ຮັບຜິດຊອບ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ, ຄົມມະນາຄົມ ​ແລະ ກະສິກຳ ​ແລະ ທ່ານ Mauro Poggia, ຮັບ​ຜິດ​ຊ​ອບບັນ​ດາ​ບັນຫາ​ຂອງ​ສັງຄົມ, ວຽກ​ເຮັດ​ງານ​ທຳ ​ແລະ ສາທາລະນະ​ສຸກ. ທ່ານ Barthassat ​​ໄດ້​​ແບ່ງປັນ​ກັບ​ຄະນະ​ບັນດາ​ໂຄງການ​ຂອງ​ລັດ ​Geneva ​ໃນ​ຂົງ​ເຂດ​ກຳຈັດ​ສິ່ງ​ເສດ​ເຫຼືອ​ເຂດ​ຕົວ​ເມືອງ ​ແລະ ການຄົມມະນາຄົມ​ສາທາລະນະ, ​ໃນ​ນັ້ນ​ມີ​ໂຄງການ​ລົດ​ເມ TOSA ​​ແລ່ນ​ດ້ວຍ​ໄຟຟ້າ​ທີ່​ໄດ້​ນຳ​ເອົາ​ຈາກ​ລະບົບ​ສາກຖ່ານ​ໄວ ​​ເຊິ່ງ​ແມ່ນໜຶ່ງ​ໃນ​ບັນດາ​​ໂຄງການ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ລະບົບ​ຂົນ​ສົ່ງ​ສາທາລະນະ​ຢູ່ Geneva. ທ່ານ M.Poggia ​ໄດ້​ແນະນຳ​ບັນດາ​ສິ່ງ​ທ້າ​ທາຍ​ຂອງ Geneva ​ໃນ​ຂົງ​ເຂດ​ແຮງ​ງານ ວຽກ​​ເຮັດ​ງານ​ທຳ ຍ້ອນ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ລັດ​ທີ່ມີ​ອັດ​ຕາ​ຜູ້​ວ່າງ​ງານ​ສູງ​ທີ່ສຸດ​ຢູ່ ສະ​ວິດ (5,4% ​ໃນ​ກາງ​ປີ 2015) ​ແລະ ​ການ​ເບິ່ງ​ແຍງ​ດູ​ແລ​ດ້ານ​ສາທາລະນະ​ສຸກ​ສະຫງວນ​ໃຫ້​ແກ່​​ເປົ້າ​ໝາຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ຜູ້​ເຖົ້າຜູ້​ແກ່, ກໍ່​ຄື​ບັນດາ​ມາດ​ຕະການ​ໄດ້​ຮັບ​ການ​ນຳ​ໃຊ້.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 26/7, ຢູ່​ນະຄອນຫຼວງ Bern, ຄະນະ​ຜູ້​ແທນ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ກໍ່​​ໄດ້ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ Christosp Miesch, ເລຂາທິການ​ໃຫຍ່​ອົງການ​ສະ​ເພາະ​ກິດ​ບັນດາ​ບັນຫາ​ຍຸຕິ​ທຳ, ທ້ອງ​ຖິ່ນ ​ແລະ ສາສະໜາ​ລັດ Bern.

 


ຂ່າວ/ບົດ​ອື່ນ