ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນຫວຽດນາມ - ລາວ

ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນຫວຽດນາມ - ລາວ - ảnh 1
ກອງ​ປະຊຸມ​ໃຫຍ່​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​
ແຂວງ ​ເງັ້ະອານ ອາຍ​ຸການ 2014 – 2019
(ພາບ: baonghean.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 17/11, ຢູ່​ນະຄອນ​ວິ​ງ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ​ເງະອານ ອາຍ​ຸການ 2014 – 2019. ທ່ານ ​ເລ​ຊວນ​ດ້າຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເງະອານ ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ມິ​ຕະພາບ​ຫວຽດນາມ - ລາວ ​ແຂວງ​ເງະອານ ອາຍຸ​ການ 2014 – 2019. ກອງ​ປະຊຸມ​ໃຫຍ່​ໄດ້​ວາງ​ອອກ​ທິດ​ທາງ, ໜ້າ​ທີ່​ໃນ​ອາຍຸ​ການ​ໃໝ່ຄື: ຍົກ​ສູງ​ລັກສະນະ​ປະສິດທິ​ຜົນ​ການ​ເຄື່ອນໄຫວພົວພັນ​ແລກປ່ຽນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງປະຊາຊົນ 2 ປະ​ເທດ​ຫວຽດນາມ - ລາວ; ປະຕິບັດ​ວຽກ​ງານ​ແຂ່ງຂັນ​ ມອບ​ລາງວັນ ​ແລະ ບັນດາ​ການ​ເຄື່ອນ​ໄຫວ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ ​ເປັນ​ຢ່າງ​ດີ; ຕັ້ງໜ້າ​ກໍ່ສ້າງ ​ແລະ ປັບປຸງ​ການ​ພັດທະນາ​ອົງການ​ຈັດ​ຕັ້ງ​ສະມາຄົມ.

ຂ່າວ/ບົດ​ອື່ນ