ເພີີ່ມທະວີການຮ່ວມມືລະຫວ່າງບັນດາອົງການສື່ມວນຊົນຂອງຫວຽດນາມ ແລະ ຝະລັ່ງ

(VOVWORLD) -ຕອນບ່າຍວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ທ່ານຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຫງວຽນເທ້ກີ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຝະລັ່ງປະຈຳຫວຽດນາມ Bertrand Lortholary 
ເພີີ່ມທະວີການຮ່ວມມືລະຫວ່າງບັນດາອົງການສື່ມວນຊົນຂອງຫວຽດນາມ ແລະ ຝະລັ່ງ - ảnh 1ທ່ານຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຫງວຽນເທ້ກີ ຕ້ອນຮັບທ່ານເອກອັກຄະລັດຖະທູດຝະລັ່ງ Bertrand Lortholary  

ທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຫງວຽນເທ້ກີ ໄດ້ເນັ້ນໜັກວ່າ : 

        “ ໃນຊຸມປີທີ່ຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມສົມທົບກັບ ວິທະຍຸກະຈາຍສຽງແຫ່ງຊາດຝະລັ່ງ ແລະ ບາງອົງການສື່ມວນຊົນຂອງຝະລັ່ງເຊັ່ນ : ລາຍການສອນພາສາຝະລັ່ງຜ່ານຄື້ນກະຈາຍສຽງຂອງ ວິທະຍຸກະຈາຍສຽງຫວຽດນາມ, ແນະນຳກ່ຽວກັບດົນຕີ, ວັນນະຄະດີສິລະປະຂອງຝະລັ່ງ, ຂ້າພະເຈົ້າຫວັງວ່າ ທ່ານເອັກຄະລັດຖະທູດຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ບັນດາອົງການສື່ມວນຊົນຂອງ 2 ປະເທດ, ໃນນັ້ນມີ ວິທະຍຸກະຈາຍສຽງຫວຽດນາມ ແລະ ຝະລັ່ງ ຈະຮັດແໜ້ນການພົວພັນໃຫ້ດີຍິ່ງໆຂຶ້ນ ”

ຕອບກັບ

ຂ່າວ/ບົດ​ອື່ນ