ເພີ່ມ​ທະ​ວີ​ກາ​ນ​ຮ່ວ​ມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດໜຸ່ມສອງ​ປະ​ເທດ ຫວຽດ​ນ​າມ - ລາວ

(VOVWORLD) - ສອງຝ່າຍກໍ່ຈະສົມທົບກັນຈັດຕັ້ງການພົບປະແລກປ່ຽນລະຫວ່າງຄະນະວິສາຫະກິດທ້ອງຖິ່ນຂອງແຕ່ລະປະເທດເພື່ອ ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ; ສົມທົບ, ສ້າງຕັ້ງ ແລະ ພັດທະນາ ລະບົບຂໍ້ມູນຂ່າວສານດ້ານເສດຖະກິດ ແລະ ການແລກປ່ຽນຊື້ຂາຍການຄ້າເອເລັກໂຕນິກໃຫ້ບັນດາວິສາຫະກິດ.
ເພີ່ມ​ທະ​ວີ​ກາ​ນ​ຮ່ວ​ມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດໜຸ່ມສອງ​ປະ​ເທດ ຫວຽດ​ນ​າມ - ລາວ - ảnh 1 ພິທີການລົງນາມໃນສັນຍາຮ່ວມມື ລະຫວ່າງ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ລາວ (BACI) ແລະ ສະມາຄົມວິສາຫະກິດໜຸ່ມລາວ (YEAL) 

ວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ລາວ (BACI) ໄດ້ລົງນາມໃນສັນຍາຮ່ວມມືກັບສະມາຄົມວິສາຫະກິດໜຸ່ມລາວ (YEAL) ເພື່ອແນໃສ່ເພີ່ມທະວີການຮ່ວມມື, ໜູນຊ່ວຍຂໍ້ມູນຂ່າວສານ, ເຊື່ອມຕໍ່ວິສາຫະກິດ, ໃຫ້ຄຳປຶກສາໃນການພັດທະນາເສດຖະກິດ.

ຕາມຂໍ້ຕົກລົງແລ້ວ, ສອງຝ່າຍຈະສົມທົບກັນໃນການຊຸກຍູ້ຜັນຂະຫຍາຍບັນດການເຄື່ອນໄຫວຄື: ໃຫ້ຄຳປຶກສາ, ເຊື່ອມຕໍ່ການຄ້າສິນຄ້າ, ການບໍລິການ, ການລົງທຶນໃຫ້ແກ່ວິສາຫະກິດຂອງສອງສະມາຄົມ; ໜູນຊ່ວຍດ້ານເຕັກນິກ, ວິຊາສະເພາະໃນການດຳເນີນທຸລະກິດ, ບໍລິຫານວິສາຫະກິດ; ຈັດຕັ້ງກອງປະຊຸມສຳມະນາ, ຈັດຕັ້ງງານວາງສະແດງສົ່ງເສີມການຄ້າ, ການລົງທຶນເພື່ອສະໜອງຂໍ້ມູນຂ່າວສານກ່ຽວກັບຄວາມຕ້ອງການຂອງຕະຫຼາດ, ນະໂຍບາຍໃໝ່ກ່ຽວກັບເສດຖະກິດຂອງສອງປະເທດ. ສອງຝ່າຍກໍ່ຈະສົມທົບກັນຈັດຕັ້ງການພົບປະແລກປ່ຽນລະຫວ່າງຄະນະວິສາຫະກິດທ້ອງຖິ່ນຂອງແຕ່ລະປະເທດເພື່ອ ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ; ສົມທົບ, ສ້າງຕັ້ງ ແລະ ພັດທະນາ ລະບົບຂໍ້ມູນຂ່າວສານດ້ານເສດຖະກິດ ແລະ ການແລກປ່ຽນຊື້ຂາຍການຄ້າເອເລັກໂຕນິກໃຫ້ບັນດາວິສາຫະກິດ.

ເວີນທຽນ - ນັກຂ່າວ vov

ຕອບກັບ

ຂ່າວ/ບົດ​ອື່ນ