ເພີ່ມທະວີການຮ່ວມມືລະຫວ່າງສະຫະພັນແມ່ຍິງ2ປະເທດຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືລະຫວ່າງສະຫະພັນແມ່ຍິງ2ປະເທດຫວຽດນາມ-ລາວ - ảnh 1
ພິທີມ​ອບຫຼຽນ​ໄຊ​ຂອງ ສສ. ຫວຽດນາມ ​ແລະ ສປປ.ລາວ
(ພາບ: qdnd.vn)


(vovworld)- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​​ສະຫະພັນ​ແມ່ຍິງ ຫວຽດນາມ ​ແລະ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​​ສະຫະພັນ​ແມ່ຍິງ​ລາວ, ​​​​ໂດຍ​ປະຕິບັດ​ແຜນການ​ຮ່ວມ​ມື ລະຫວ່າງ​ສະຫະພັນ​ແມ່ຍິງ 2 ປະ​ເທດ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​​ສະຫະພັນ​ແມ່ຍິງ ລາວ ​ໂດຍ​ທ່ານນາງ ສີ​ໄສ​ລື​ເດດ​ມູນ​ສອນ, ປະທານ​ສະຫະພັນ​ແມ່ຍິງ​ ລາວ, ນຳ​ໜ້າ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 24-28/3/2015. ຕອນ​ເຊົ້າ​ວັນ​ທີ 25/3, ຢູ່​ ຮ່າ​ໂນ້ຍ, ສະຫະພັນ​ແມ່ຍິງ ຫວຽດນາມ ​ແລະ ​ສະຫະພັນ​ແມ່ຍິງ ລາວ ​ໄດ້​ດຳ​ເນີນ​ການ​ເຈລະຈາ, ​ແລກປ່ຽນ, ອັບ​ເດັດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະພາບ​ລວມ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ແມ່ຍິງ 2 ປະ​ເທດ​ໃນ​ໄລຍະ​ມໍໆ​ມາ​ນີ້, ບັນດາ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ, ​ແມ່ຍິງ​ຊ່ວຍ​ກັນ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ. 2 ຝ່າຍ​ຕີ​ລາຄາ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ໄດ້​ຮັບ​ການ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2012-2017 ​ເພື່ອ​ເສີມ​ຂະຫຍາຍປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

    ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະຫະພັນ​ແມ່ຍິງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີມ​ອບຫຼຽນ​ໄຊ​ຂອງ ສສ. ຫວຽດນາມ ​ແລະ ສປປ.ລາວ ​ໃຫ້ໝູ່​ຄະນະ ​ແລະ ພະນັກງານ​ຈຳນວນ​ໜຶ່ງ​ຂອງ​ສະຫະພັນ​ແມ່ຍິງ 2 ປະ​ເທດ. ນີ້​ແມ່ນ​ການຮັບ​ຮູ້​ບັນດາ​​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາໝູ່​ຄະນະ, ສ່ວນ​ບຸກຄົນ​ຂອງສະມາຄົມ​​ແມ່ຍິງ 2 ປະ​ເທດ ​ເພື່ອ​ການ​ພັດທະນາ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ຂອງ​ແມ່ຍິງ; ປະກອບສ່ວນ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ລະຫວ່າງ 2 ປະ​ເທດ ຫວຽດນາມ-​ລາວ.

ຂ່າວ/ບົດ​ອື່ນ