ເພີ່ມທະວີການຮ່ວມມືລະຫວ່າງສະຫະພັນໃຫຍ່ແຮງງານຫວຽດນາມແລະກຳມະບານໃຫຍ່ນອກແວ

ເພີ່ມທະວີການຮ່ວມມືລະຫວ່າງສະຫະພັນໃຫຍ່ແຮງງານຫວຽດນາມແລະກຳມະບານໃຫຍ່ນອກແວ - ảnh 1
ຜູ້ຕາງໜ້າ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ແລະ
ກຳມະບານ​ໃຫຍ່ ​ນອກ​ແວລົງ​ນາມ​​ໃນໂຄງການ​ຮ່ວມ​ມື​
(ພາບ: laodong.com.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 26/10, ຢູ່​ຮ່າ​ໂນ້ຍ, ທ່ານ ດັ້ງ​ງ້ອກຕູ່​ງ ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກຳມະບານ​ໃຫຍ່ ນອກ​ແວ ​ໂດຍ​ທ່ານ​ນາງ Peggy Hessen Folsvik ​ເລຂາ​ຊ່ວຍ​ວຽກ​ທີ 1 ​ເປັນ​ຫົວໜ້າ​ຄະນະ. ນະ​ທີ່​ນີ້, ຜູ້ຕາງໜ້າ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ແລະ ກຳມະບານ​ໃຫຍ່ ​ນອກ​ແວ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ແລະ ລົງ​ນາມ​​ໃນໂຄງການ​ຮ່ວມ​ມື​ໄລຍະ 2015 – 2018. ​ໃນ​ນັ້ນ,  ​ໂຄງການຮ່ວມ​ມືສ່ວນ​ໜຶ່ງ​ຈະ​ໄດ້​ຮັບ​ການປະຕິບັດ​ໂດຍ​ກົງ​ຢູ່​ຮາກຖານ ກ່ຽວ​ກັບ​ຊຸກຍູ້​ການ​ເຈລະຈາ, ລົງ​ນາມ ​ແລະ ຍົກ​ສູງຄຸນ​ນະພາ​ບຂໍ້​ຕົກລົງ​ແຮງ​ງານໝູ່​ຄະນະ ຢູ່​ບາງ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ເລືອກ​ເຟັ້ນຢູ່ ຮ່າ​ໂນ້ຍ, ຮື​ງອຽນ, ບັກ​ນິງ. ​ໂຄງການ​ຮ່ວມ​ມື​ຍັງ​ສຸມ​ໃສ່​ການ​ບຳລຸງ​ສ້າງທັກ​ສະພັດ​ທະ​ນາ​ສະມາຊິກ​ຊາວ​ໜຸ່ມ​ຕາມ​ວິທີ​ການ​ໃໝ່​ໃຫ້​ພະນັກງານ​ບັນດາ​ສະຫະພັນ​ແຮງ​ງານ​ທ້ອງ​ຖິ່ນ ​ແລະ ກຳມະບານຂັ້ນ​ເຖິງ​ໂດຍ​ກົງໜູນ​ຊ່ວຍ​ສ້າງ​ບັນດາ​ກຸ່ມ​ພະນັກງານ​ພັດທະນາ​ສະມາຊິກ​ຊາວ​ໜຸ່ມ ​ເພື່ອ​ຜັນ​ຂະຫຍາຍ​ການປະ​ຕິ​ບັດ​ພາຍຫລັງ​ບຳລຸງ​ສ້າງ.

 


ຂ່າວ/ບົດ​ອື່ນ