ເພີ່ມທະວີການຮ່ວມມືລະຫວ່າງອົງການກຳມະບານຫວຽດນາມແລະລາວ

(vovworld) – ​ວັນ​ທີ 5/4, ຢູ່​ຮ່າ​​ໂນ້ຍ, ທ່ານ ດັ່ງ​ງອກ​ຕູ່​ງ, ປະທານ​ສະຫະພັນ​​ແຮງ​ງານ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ສະຫະພັນ​ກຳມະບານ ລາວ ​ໂດຍ​ທ່ານ​ປະທານ ປານ ນ້ອຍ​ມະນູ ນຳ​ໜ້າ. ນະ​ທີ່​ນີ້, ທ່ານ​ປະທານ​ສະຫະພັນ​ແຮງ​ງານ ຫວຽດນາມ ດັ່ງ​ງອກ​ຕູ່​ງ ຫວັງ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ອົງການ​ກຳມະບານ 2 ປະ​ເທດ​ຈະ​ມີ​ການ​ເຄື່ອນ​ໄຫວ​ລະອຽດ ​ແລະ ມາດ​ຕະການຕ່າງໆ​ເພື່ອ​ພ້ອມ​ກັນ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2013 – 2018. ສ່ວນ​ທ່ານ​ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ ລາວ ປານ ນ້ອຍ​ມະນູ ຫວັງ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ອົງການ​ກຳມະບານ 2 ປະ​ເທດ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ເປັນ​ປະຈຳ​ກ່ວາ​ອີກ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ກຳມະບານ, ສະໜັບສະໜູນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້​ນ ​ແລະ ສາກົນ. 2 ຝ່າຍ​ຈະແລກປ່ຽນ​ຂໍ້​ມູນ​ຂ່າວກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ກຳມະບານ​ເປັນ​ປະຈຳ, ສົມທົບ​ກັນ​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​​ຄົນ​ງານ​ເສລີ​ລະຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ