ເພີ່ມທະວີການຮ່ວມມືລະຫວ່າງອາຊຽນກັບອັງກິດແລະອິນເດຍ

ເພີ່ມທະວີການຮ່ວມມືລະຫວ່າງອາຊຽນກັບອັງກິດແລະອິນເດຍ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ
(ພາບ​ປະ​ກອບ)

(vovworld) – ລັດ​ຖະ​ບານ ອັງ​ກິດ ໃຫ້​ຄຳໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ກ່​ວາ​ອີກ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ ອາ​ຊຽນ. ນີ້​ແມ່ນ​ການຢັ້ງ​ຢືນ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ປະ​ຈຳ​ຂອງ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ໄອ​ແລນ​ເໜືອ ປະ​ຈ​ຳ ອາ​ຊຽນ ທ່ານ Moazzam Malik ໃນ​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ເລ​ເລືອງ​ມີງ ຢູ່​ນະ​ຄອນຫຼວງ Jakarta, ປະ​ເທດ ອິນ​ໂດ​ເນ​ເຊ​ຍ ໃນ​ວັນ​ທີ 16/1. ທີ່​ພິ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Malik ກໍ່​ໄດ້​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ຈຸດ​ສຸມ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​ເວົ້າ​ລວມ.

        ກ່ອນ​ໜ້ານັ້ນວັນ​ທີ 15/1, ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ ອາ​ຊຽນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ປະ​ຈຳ​ການ​ທຳ​ອິດ​ຂອງ ອິນ​ເດຍ ຢູ່ ອາ​ຊຽນ Suresh K. Reddy ໄດ​້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມິງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Reddy ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ອາ​ຊ​ຽນ - ອິນ​ເດຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ຢັ້ງ​ຢື​ນ​ວ່າ: ຄະ​ນະ​ເລ​ຂາ ອາຊຽນ ກຽມ​ພ້ອມ​ສະ​ໜັບ​ສະ​ໜູນວ​ຽກ​ງານ ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ທ່ານ​​ເອກ​ອັກ​ຄະ​ລັດ​ຖະ​ທູດ Reddy ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເປັນຫຼາຍ​ຮູບຫຼາ​ຍ​ແບບ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື ອາ​ຊຽນ - ອິນ​ເດຍ.

 


ຂ່າວ/ບົດ​ອື່ນ