ເພີ່ມທະວີການຮ່ວມມືຫວຽດນາມ-ນອກແວ,ນິວຊີແລນແລະການາດາ

ເພີ່ມທະວີການຮ່ວມມືຫວຽດນາມ-ນອກແວ,ນິວຊີແລນແລະການາດາ - ảnh 1
ທ່ານ ຟ້າ​ມບີ່​ງມີ​ງ ​ພົບປະ​ກັບ ທ່ານ Boerge Brende
 ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ນອກ​ແວ
(ພາບ: ຟ້າມກຽນ)

(vovworld) - ວັນ​ທີ 26/7, ວັນ​ປະຊຸມ​ສຸດ​ທ້າຍຂອງ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາຊຽນ) ຄັ້ງທີ 49 (AMM 49) ​ແລະ​ບັນດາ​ກອງ​ປະຊຸມ​ທີ່ກ່ຽວຂ້ອງ​ ຢູ່​ນະຄອນຫຼວງວຽງຈັນ (ລາວ), ທ່ານ ຟ້າ​ມບີ່​ງມີ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ສືບຕໍ່ມີ​ການ​ພົບປະ​ຄັ້ງ​ຕ່າງໆກັບຄູ່ຕຳແໜ່ງ ນອກ​ແວ, ນິວຊີ​ແລນ ​ແລະ ການາດາ. ​ທີ່​ການ​ພົບປະ​ກັບ ທ່ານ Boerge Brende ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດນອກ​ແວ, ​ລັດຖະມົນຕີ​ສອງ​ທ່ານເຫັນ​ດີ​​ເປັນ​ເອກະສັນ​ນຳ​ກັນວ່າ ສືບຕໍ່ບັນດາ​ວິທີ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ປະເທດ. ທ່ານ ຟ້າ​ມບີ່​ງມີ​ງ ຮອງ​ນາຍົກລັດຖະມົນຕີ ຢືນຢັນວ່າ​ ຈະສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຊຸກຍູ້​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ສອງ​ຝ່າ​ຍ. ທ່ານ ຟ້າ​ມບີ່​ງມີ​ງ ຮອງ​ນາຍົກລັດຖະມົນຕີ ສະ​ເໜີສອງ​ຝ່າຍ​ສົມທົບ​ກັນເພື່ອ​ແນ​ໃສ​ຊຸກຍູ້ຄວາມຄຶບໜ້າ​​ໃຫ້ການເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບເອີລົບ (EU).

        ທີ່​ການ​ພົບປະກັບ​ທ່ານ Murray McCully ລັດຖະມົນຕີການ​ຕ່າງປະ​ເທດ ນິວຊີ​ແລນ, ສອງ​ຝ່າ​ຍ​ເພິ່ງ​ພໍ​ໃຈ​ເມື່ອ​ເຫັນວ່າ​ການ​ພົວພັນ​ສອງ​ປະ​ເທດ​ພວມ​ມີ​ບັນດາ​ບາດ​ກ້າວ​ພັດທະນາ​ຢ່າງແທດ​ຈິງ, ການຮ່ວມ​ມືດ້ານການ​ຄ້າ, ການທ້ອງ​ທ່ຽວພັດທະນາ ພໍ​ສົມຄວນ​ແລະ ໝັ້ນໝາຍຈະ​ເຕີບໂຕ​ໃນ​ໄລຍະ​ຈະ​ມາ​ເຖິງ. ນິວຊີ​ແລນ​ເຫັນ​ດີ​ຈະ​ສົມທົບ​ກັບ​ຫວຽດນາມ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​ຕັ້ງ ກອງປະຊຸມຂັ້ນສຸດຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟີ​ກ (APEC) 2017 ຢູ່​ຫວຽດນາມ, ການຮ່ວມ​ມື​ໃນ​ຂອບ​ເຂດ ອາຊຽນ - ນິວຊີ​ແລນ ກໍ່ຄື​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ​ໃນ​ພາກ​ພື້ນປະສົບຜົນສຳເລັດ.

        ທີ່​ການ​ແລກປ່ຽນກັບ​ ທ່ານ Stephane Dion ລັດຖະມົນຕີ​ການຕ່າງປະ​ເທດກາ​ນາ​ດາ, ທ່ານ ຟ້າ​ມບີ່​ງມີ​ງ ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາຢາກ ​ເປິ​ດກວ້າງ​ການຮ່ວມ​ມື​ກັບ​ກາ​ນາ​ດາ ​ໃນ​ຫຼາຍ​ຂົງ​ເຂດ; ​ແລະ​ສະ​ເໜີກາ​ນາ​ດາ​ສືບຕໍ່ມີທັດສະນະ​ຕັ້ງໜ້າໃນ​ການປົກປັກຮັກສາສັນຕິ​ພາບ, ສະຖຽນລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​.      

ຂ່າວ/ບົດ​ອື່ນ