ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງແຂວງກວາງນາມແລະເຊກອງ(ລາວ)

ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງແຂວງກວາງນາມແລະເຊກອງ(ລາວ) - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 06/10 ຢູ່​ແຂວງ ກວາງ​ນາມ ​ໄດ້ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງ ກວາງ​ນາມ ອາຍຸ​ການ 2016 – 2021. ທີ່​ກອງ​ປະຊຸມ​ໃຫຍ່, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງ ກວາງ​ນາມ ​ໄດ​້​ເນັ້ນ​ໜັກ​​ເຖິງ ​ເລື່ອງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຮອບດ້ານ, ​ເຂົ້າ​ສູ່​ລວງ​ເລິກ​ສຳລັບ​ແຂວງ ​ເຊ​ກອງ (ລາວ). ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ​ແຂວງ ກວາງ​ນາມ ​ແລະ ​ເຊ​ກອງ (ລາວ) ຈັດ​ຕັ້ງ​ການ​ໂຄສະນາ, ​ເຜີຍ​ແຜ່​ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ບັນດາ​ທັດສະນະ​ປ່ຽນ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ໃຫ້​ພະນັກງານ, ສະມາຊິກ​ສະມາຄົມ ກໍ່​ຄື​ປະຊາຊົນ​ໃນ​ບໍລິ​ເວນ. ທ່ານ ຄຳ​ພຽມ ບົວລະພາ​ ຮອງ​ເລຂາ​ຜູ້​ປະຈຳຄະນະ​ ພັກ​ແຂວງ, ປະທານ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ​​ແຂວງ ​ເຊ​ກອງ ​ໃຫ້​ຮູ້​ວ່າ: ກວາງ​ນາມ ​ແລະ ​ເຊ​ກອງ ​ແມ່ນ 2 ​ແຂວງ ມີ​ເສັ້ນ​ຊາຍ​ແດນ​ຮ່ວມ, ປະຊາຊົນ​ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ມີ​ຮີດຄອງ​ປະ​ເພນີ, ​ແບບ​ແຜນການ​ດຳລົງ​ຊີວິດ​ຄ້າຍຄື​ກັນ. ​ໃນ​ຊຸມ​ປີຜ່ານມາ, ກວາງ​ນາມ ​ໄດ້​ມານະ​ພະຍາຍາມ​ຊ່ວຍ​ເຫຼືອ​ປະຊາຊົນ ​ເຊ​ກອງ ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ໜູນ​ໃຊ້​ເຕັກ​​ໂນ​ໂລ​ຢີ​ເຂົ້າ​ການ​ພັດທະນາ​ເສດຖະກິດ - ສັງຄົມ…​ຜ່ານ​ນັ້ນ ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ກວາງ​ນາມ ​ແລະ ​ເຊ​ກອງ ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວ​ມກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ