ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມ ແລະ ຊີຣີ

ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມ ແລະ ຊີຣີ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ
(ພາບ: TTXVN)

(vovworld) - ​​ ວັນ​ທີ 1/4, ທີ່ສູນ​ກອງ​ປະຊຸມ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຊີຣີ Mhd. Jihad Allaham ​ແລະ ຄະນະ​ສະມາຊິກ​ລັດຖະສະພາ​ຊີຣີ ​ມາ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະຫະພັນ ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU-132). ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ​ຫວຽດນາມ ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ສະມາຊິກ​ລັດຖະສະພາ​ຊີຣີ ຢູ່ ຮ່າ​ໂນ້ຍ ​ແລະ ຖື​ນີ້​ແມ່ນ​ການ​ກະທຳ​ລະອຽດ​ຂອງ​ລັດຖະສະພາ​ຊີຣີ ທີ່ສະໜັບສະໜູນ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຢູ່ເວທີ​ປາ​ໄສ IPU-132. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິ​ມ​ເງິນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ:​ ພ້ອມ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ ຈະ​ເຮັດ​ໃຫ້ການ​ພົວພັນ​ສາມັກຄີ, ມິດຕະພາບ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​​ການ​ຊຸກຍູ້ສາຍ​ພົວພັນ​ມິດຕະພາບ​ກັບ​ ຊີຣີ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ​ຊີຣີ,  ​ນັບ​ທັງ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ປາດ​ຖະໜາ​ວ່າ: ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວ​ທີ​ປາ​ໄສ​ລະຫວ່າງ​ລັດຖະສະພາ​ສາກົນ ​ແລະ ​ແບ່ງປັນ​ບັນດາ​ບັນຫາ​ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ