ເພີ່ມທະວີການເຈລະຈາມີລັກສະນະສ້າງສັນລະຫວ່າງສະຫະພາບເອີລົບແລະຫວຽດນາມ

ເພີ່ມທະວີການເຈລະຈາມີລັກສະນະສ້າງສັນລະຫວ່າງສະຫະພາບເອີລົບແລະຫວຽດນາມ - ảnh 1
(ພາບ​ປະ​ກອບອີນ​ເຕີ​ແນັດ)

(vovworld) - ​​​​​ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ສະ​ມາ​ຊິກລັດ​ຖະ​ສະ​ພາ​ແຫ່ງ​ຊາດ​ເອີ​ລົບ ຂອງ​ອະ​ນຸ​ກຳ​ມະ​ການ​ສິດ​ທິ​ມະ​ນຸດ​ລັດ​ຖະ​ສະ​ພາ​ເອີ​ລົບ ໂດຍ​ທ່ານ Pier Antonio Panzeri, ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ສິດ​ທິ​ມະ​ນຸດ​ຂອງ​ລັດ​ຖະ​ສະ​ພາ​ເອີ​ລົບ ນຳ​ໜ້າ ໄດ້​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ, ວັນ​ທີ 23/02, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະກັບ​ສື່ມວນ​ຊົນ, ທ່ານ​ປະ​ທານ​​ຄະ​ນະສະ​ມາ​ຊິກລັດ​ຖະ​ສະ​ພາ Pier Antonio Panzeri ໃຫ້​ຮູ້​ວ່າ, ຄະ​ນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ອົງ​ການ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ກຸ່ມ​ເຊື່ອ​ຖື​ສາ​ສະ​ໜາ, ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຢູ່​ຫວຽດ​ນາມ​. ຄະ​ນະ​ໄດ້​ມີ​ບັນ​ດາ​ການ​ເຈ​ລະ​ຈາ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ເພື່ອ​ຕ​ີ​ລາ​ຄາ​ກ່ຽວກ​ັບ​ສິດ​ທິ​ມະ​ນຸດ ແລະ ບັນ​ດາ​ຜົນ​ງານ​ຂອງ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ປຶກ​ສາ​ຫາ​ລື​ຜົນ​ກະ​ທົບ​ທີ່​ຊ້ອນ​ແຟງ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ລົບ - ຫວຽດ​ນາມ ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ​ພັດ​ທະ​ນາ​ການ​ເຈ​ລ​ະ​ຈ​າລະ​ຫວ່າງ​ລັດ​ຖະ​ສະ​ພາ​ເອ​ີ​ລົບ ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ບົນ​ຈິດ​ໃຈ​ແລກ​ປ່ຽນ​ບົດ​ຮຽນ. ທ່ານ​ປະ​ທານ​​​ຄະ​ນະສະ​ມາ​ຊິກລັດ​ຖະ​ສະ​ພາ Pier Antonio Panzeri ໄດ້​ຊົ​ມ​ເຊີຍ​ບັນ​ດ​າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ​ຂອງ​ລັດ​ຖະ​ບານ​​ຫວຽດ​ນາມ ໃນ​ການແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ​ຄື ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ. ຄະ​ນະ​ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ຄົນ​ພິ​ການ ແລະ ຄວາມ​ຕ້ອງ​ການ​ຊຸກ​ຍູ້​ ສັງ​ຄົມ​​ຢ່າງຮອບ​ດ້ານກວ່າ…

ຂ່າວ/ບົດ​ອື່ນ