ເພີ່ມທະວີການແລກປ່ຽນປະສົບການໃນວຽກງານການກວດກາລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ລາວ

(VOVWORLD) -ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາ; ເຮັດແຈ້ງບັນດາບັນຫາ ກ່ຽວກັບການຕ້ອນຮັບປະຊາຊົນ...
ເພີ່ມທະວີການແລກປ່ຽນປະສົບການໃນວຽກງານການກວດກາລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ລາວ - ảnh 1 ການເຮັດວຽກລະຫວ່າງຄະນະພະນັກງານກວດກາລັດຖະບານລາວ  ແລະ ພະແນກກວດກາ ແຂວງກາວບັງ, ຫວຽດນາມ (ພາບ: caobang.gov.vn)

ວັນທີ 03 ທັນວາ, ຄະນະພະນັກງານກວດກາລັດຖະບານລາວ ໂດຍທ່ານ ຄໍາພັນ ລີພຸງ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາລາວ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບ ພະແນກກວດກາແຂວງກາວບັງ ຂອງຫວຽດນາມ ເພື່ອແລກປ່ຽນບົດຮຽນ ກ່ຽວກັບວຽກງານກວດກາ, ແກ້ໄຂຄໍາຮ້ອງທຸກຮ້ອງຟ້ອງ ແລະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

        ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາ; ເຮັດແຈ້ງບັນດາບັນຫາ ກ່ຽວກັບການຕ້ອນຮັບປະຊາຊົນ, ແກ້ໄຂຄໍາຮ້ອງທຸກຮ້ອງຟ້ອງຂອງພົນລະເມືອງ; ໂຄສະນາເຜີຍແຜ່ກົດໝາຍສູ່ປະຊາຊົນ, ຖັນແຖວພະນັກງານ, ລັດຖະກອນ, ພາລະກອນ... ຜ່ານນັ້ນ, ປະກອບສ່ວນນໍາການຮ່ວມມືກ່ຽວກັບວຽກງານກວດກາ ລະຫວ່າງ ອົງການກວດກາລັດຖະບານສອງປະເທດ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ