ເພີ່ມທະວີຄວາມຜູກພັນຍຸດທະສາດ,ຍົກສູງປະສິດທິຜົນການຮ່ວມມືຫວຽດນາມ-ສະຫະພັນລັດເຊຍ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin, ວັນທີ 05 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ເດີນທາງໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການເປັນເວລາ 4 ວັນ.

ເພີ່ມທະວີຄວາມຜູກພັນຍຸດທະສາດ,ຍົກສູງປະສິດທິຜົນການຮ່ວມມືຫວຽດນາມ-ສະຫະພັນລັດເຊຍ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin

(ພາບ: RIA)

ການຢ້ຽມຢາມຖືກດຳເນີນກ່ອນທີ່ດຳເນີນບັນດາເຫດການໃຫຍ່ຂອງ 2 ປະເທດຄື: ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບຫວຽດນາມ - ສະຫະພັນລັດເຊຍ ໃນປີ 2019 ແລະ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ໃນປີ 2020, ການຢ້ຽມຢາມສະຫະພັນລັດເຊຍ ໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແມ່ນມີຄວາມໝາຍສຳຄັນພິເສດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ເລິກເຊິ່ງກວ່າ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມຜູກພັນຍຸດທະສາດ, ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືລັດເຊຍ ເປັນຄູ່ຮ່ວມມືແຖວໜ້າໃນນະໂຍບາຍການຕ່າງປະເທດ ແລະ ຊຸກຍູ້ບັນດາການຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ