ເພີ່ມທະວີຄວາມສາມັກຄີມິດຕະພາບຫວຽດນາມ-ລາວ-ກຳປູເຈຍຢູ່ເຊີແນວ

ເພີ່ມທະວີຄວາມສາມັກຄີມິດຕະພາບຫວຽດນາມ-ລາວ-ກຳປູເຈຍຢູ່ເຊີແນວ - ảnh 1
ເພີ່ມທະວີຄວາມສາມັກຄີມິດຕະພາບຫວຽດນາມ-ລາວ-ກຳປູເຈຍຢູ່ເຊີແນວ
(ພາບ: Tố Uyên/Vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 14/2, ຄະນະ​ຜູ້ຕາງໜ້າ​ຂອງ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ຢູ່ ​ເຊີ​ແນວ (​ປະ​ເທດ​ສະ​ວິດ) ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ ກັບ​ຄະນະ​ຜູ້ຕາງໜ້າ​ຂອງ ລາວ ​ແລະ ກຳປູ​ເຈ​ຍ ປະຈຳ ສະຫະ​ປະຊາ​ຊາດ ​ເນື່ອງ​ໃນ​ໂອກາດ​ຕົ້ນ​ລະດູ​ບານ​ໃໝ່. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ຈູງ​ແທ່ງ ມີ​ບົດ​ກ່າວ​ປາ​ໄສ​ສະ​ແດງ​​ໃຫ້​ເຫັນ​ອາລົມ​ຈິດ​ສະໜິດສະໜົມ​ກັບ​ເພື່ອນ​ລາວ ​ແລະ ກຳປູ​ເຈຍ ທີ່​ມາ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ບຸນປີ​​ໃໝ່​ປະຈຳ​ຊາດຫວຽດນາມ ຢູ່ ​ເຊີ​ແນວ. ທ່ານ​ເອກ​ອັກຄະ​ລັດຖະທູດ Ney Samol, ຫົວໜ້າ​ຄະນະ​ຜູ້ຕາງໜ້າ ກຳປູ​ເຈຍ ປະຈຳ ​ເຊີ​ແນວ ​ແລະ ​ເອກ​ອັກຄະ​ລັດຖະທູດ ລາວ ທອງພັນ ສະຫວັນ​ເພັດ ລ້ວນ​ແຕ່​ສະ​ແດງ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ລະຫວ່າງ 3 ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ ​ແລະ ການ​ພົບ​ປະ​ແລກປ່ຽນ​ນີ້​ກໍ່​ແມ່ນ​ກາ​ລະ​ໂອກາດ​ທີ່​ດີເພື່ອ​ໃຫ້ 3 ປະ​ເທດພ້ອມ​ກັນ​​ເພີ່ມ​ພູນຄູນ​ສ້າງ​ຄວາມ​ສາມັກຄີ​ຖານ​ອ້າຍ​ນ້ອງ​ ​ແລະ​ ການພັດທະນາ. ບັນດາ​ເອກ​ອັກຄະ​ລັດຖະທູດ​ຂອງ 3 ປະ​ເທດ​ລ້ວນ​ແຕ່​ຢາກ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຍາວ​ນານ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ ​ແລະ ຫວຽດນາມ - ກຳປູ​ເຈຍ ​ເວົ້າ​ລວມ, ລະຫວ່າງ ຄະນະ​ຜູ້​ຕາງໜ້າ ຫວຽດນາມ - ລາວ ​ແລະ ຫວຽດນາມ - ກຳປູ​ເຈຍ ຢູ່​ເຊີ​ແນວ​ເວົ້າ​ສະ​​ເພາະ​ໄດ້​ຮັບ​ການ​ປັບປຸງ​ທັງ​ລວງ​ກ້ວາງ ​ແລະ ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.


ຂ່າວ/ບົດ​ອື່ນ