ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງສະມາຊິກຊາວໜຸ່ມ, ຊາວໜຸ່ມ ຫວຽດນາມ - ລາວ

(VOVWORLD) -ວັນທີ 23 ພະຈິກ, ຢູ່ນະຄອນເຊີນລາ ຂອງຫວຽດນາມ ໄດ້ດໍາເນີນລາຍການເຈລະຈາລະຫວ່າງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງເຊີນລາ ກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວສອງແຂວງ ຫົວພັນ ແລະ ໄຊຍະບູລີ ຂອງລາວ. 
ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງສະມາຊິກຊາວໜຸ່ມ, ຊາວໜຸ່ມ ຫວຽດນາມ - ລາວ - ảnh 1 ການເຈລະຈາລະຫວ່າງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງເຊີນລາ ກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວສອງແຂວງ ຫົວພັນ ແລະ ໄຊຍະບູລີ ຂອງລາວ (ພາບ: baosonla.org.vn)

ທີ່ການພົບປະເຈລະຈາ, ບັນດາຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບວຽກງານຂອງຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນໃນໄລຍະຜ່ານມາ. ສອງຝ່າຍກໍປຶກສາຫາລື ກ່ຽວກັບບົດບາດຂອງອົງການຈັດຕັ້ງຊາວໜຸ່ມໃນການໜູນຊ່ວຍຊາວໜຸ່ມເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ. ຜູ້ຕາງໜ້າຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສອງແຂວງຫົວພັນ ແລະ ໄຊຍະບູລີ ໄດ້ສະແດງຄວາມປາດຖະໜາວ່າ ຊາວໜຸ່ມແຂວງ ເຊີນລາ ແລະ ຊາວໜຸ່ມສອງແຂວງ ຫົວພັນ, ໄຊຍະບູລີ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ວມມືຮອບດ້ານ, ຈາກນັ້ນ ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ ກ່ຽວກັບມູນເຊື້ອຂອງສອງພັກ, ສອງລັດ. ພ້ອມທັງປາດຖະໜາວ່າ ແຂວງເຊີນລາ ຈະມີ ລາຍການ, ການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍ, ໃຫ້ຄໍາປຶກສາ, ບໍາລຸງສ້າງການພັດທະນາແຫຼ່ງຊັບພະຍາກອນມະນຸດ; ກໍ່ສ້າງ, ພັດທະນາຮູບແບບເສດຖະກິດໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ