ເພີ່ມທະວີນ້ຳໃຈມິດຕະພາບປະຊາຊົນລະຫວ່າງ ຫວຽດນາມ ແລະ ອາເມລິກາ

ເພີ່ມທະວີນ້ຳໃຈມິດຕະພາບປະຊາຊົນລະຫວ່າງ ຫວຽດນາມ ແລະ ອາເມລິກາ - ảnh 1
ເພີ່ມທະວີນ້ຳໃຈມິດຕະພາບປະຊາຊົນລະຫວ່າງ ຫວຽດນາມ ແລະ ອາເມລິກາ

(vovworld) - ຕອນ​ບ່າຍ​ວັນ​ທີ 29/03 ທີ່​ຮ່າ​ໂນ້ຍ, ທ່ານ ບູຍ​ເທ໋ຢາງ ຮອງ​ປະທານ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ໃຫ້ການ​ຕ້ອນຮັບ​ຄະນະຜູ້ແທນ​ອົງ​ການ PeaceTrees Vietnam (PTVN - ອາ​ເມ​ລິ​ກາ) ​ໂດຍ​ທ່ານ Robert Stokes ອະດີດ​ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ອົງການ PTVN ​ເປັນ​ຫົວໜ້າ​ຄະນະ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ຫວຽດນາມ ນັບ​ແຕ່​ວັນ​ທີ 17 – 31/03/2017. ທ່ານ ບູຍ​ເທ໋ຢາງ ຮອງ​ປະທານ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ອົງການ PTVN ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກລູກ​ລະ​ເບີດ, ວັດຖຸ​ລະ​ເບີດ, ປະຕິບັດ​ບັນດາ​ໂຄງການ​ຟື້ນ​ຟູສິ່ງ​ແວດ​ລ້ອມ ​ແລະ ປະຊາ​ຄົມ, ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຢູ່ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ ບູຍ​ເທ໋ຢາງ ​ເຊື່ອ​ໝັ້ນ​ວ່າ ອົງການ PTVN ຈະ​ສືບ​ຕໍ່​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ເພື່ອນ​ມິດສາ​ກົນ​ຕື່ມ​ອີກ ​ໃນ​ການ​ໜູນ​ຊ່ວຍ ຫວຽດນາມ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມ.

        ສ່ວນ​ທ່ານ Robert Stokes ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ຫວຽດ​ນາມ ​ໃນ​ຄັ້ງ​ນີ້​ຂອງ​ຄະນະ​ແມ່ນ ​ເພື່ອຊອກ​ຮູ້​ກ່ຽວ​ກັບ​ສະພາບ​ການ ຫວຽດນາມ, ສົມທົບ​ກັບການ​ລົງ​ຢ້ຽມຢາມ​ຕົວ​ຈິງ​ບັນດາ​ໂຄງການ​ຂອງ​ອົງການ PTVN ​ເຊິ່ງພວມ​ຜັນ​ຂະຫຍາຍ​ຢູ່ ຫວຽດນາມ, ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​​ເທດ ອາ​ເມ​ລິ​ກາ ​ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ