ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງເດັກນ້ອຍ ຫວຽດນາມ ແລະ ເດັກນ້ອຍຕ່າງປະເທດ

(VOVWORLD) - ບັນດານ້ອງນ້ອຍໄດ້ສະແດງໃຫ້ເຫັນຄວາມມຸ້ງຫວັງກ່ຽວກັບຊີວິດການເປັນຢູ່ອີມໜຳສຳລານ, ຄວາມຜາສຸກ, ນ້ຳໃຈສາມັກຄີ, ຄວາມຮັກຫອມສັນຕິພາບ, ຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ຜ່ານຮູບແຕ້ມແຕ່ລະແຜ່ນ. 
ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງເດັກນ້ອຍ ຫວຽດນາມ ແລະ ເດັກນ້ອຍຕ່າງປະເທດ - ảnh 1ພາບປະກອບ

ວັນທີ 10 ທັນວາ, ເຍົາວະຊົນຮ່າໂນ້ຍ ແລະ ຕ່າງປະເທດ ທີ່ພວມຮ່ຳຮຽນ ແລະ ດຳລົງຊີວິດ ຢູ່ຮ່າໂນ້ຍ ກວ່າ 400 ຄົນ ໄດ້ເຂົ້າຮ່ວມງານປະກວດແຕ້ມຮູບ ດ້ວຍຫົວຂໍ້ “ສັນຕິພາບໃນສາຍຕາເດັກນ້ອຍ” ຢູ່ສວນດອກໄມ້ອານຸສາວະລີລີທາຍໂຕ, ເມືອງຮວານກຽມ. ບັນດານ້ອງນ້ອຍໄດ້ສະແດງໃຫ້ເຫັນຄວາມມຸ້ງຫວັງກ່ຽວກັບຊີວິດການເປັນຢູ່ອີມໜຳສຳລານ, ຄວາມຜາສຸກ, ນ້ຳໃຈສາມັກຄີ, ຄວາມຮັກຫອມສັນຕິພາບ, ຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ຜ່ານຮູບແຕ້ມແຕ່ລະແຜ່ນ. ສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ໃຫ້ ທ້າວ ຫງວຽນມິງເຟືອງ, ອາຍຸ 11 ປີ ດ້ວຍຮູບຕ້ມ “ສັນຕິພາບຄວາມສາມັກຄີມິດຕະພາບ” ; ລາງວັນທີ 2 ມີ 3 ລາງວັນ ແມ່ນມອບໃຫ້ ທ້າວ Min Jin Yang, ອາຍຸ 14 ປີ, ສັນຊາດເກົາຫຼີ ດ້ວຍຮູບແຕ້ມ “ສັນຕິພາບຂອງເດັກນ້ອຍ”; ນາງ ເລຫົ່ງຍຸງ, ອາຍຸ 12 ປີ ດ້ວຍຮູບແຕ້ມ “ຈົ່ງຮ່ວມແຮງຮ່ວມໃຈປົກປັກຮັກສາສັນຕິພາບ”; ນາງ ເຈີ່ນລິງຈີ, ອາຍຸ 9 ປີ ດ້ວຍຮູບແຕ້ມ “ສັນຕິພາບ”. ຄະນະຈັດຕັ້ງກໍ່ໄດ້ມອບລາງວັນທີ 3 ມີ 5 ລາງວັນ ແລະ 31 ລາງວັນຊົມເຊີຍໃຫ້ບັນດາຮູບແຕ້ມທີ່ມີຄຸນນະພາບດີ.

        ງານແຂງຂັ້ນແມ່ນໂອກາດເພື່ອໃຫ້ບັນດານ້ອງໆເຍົາວະຊົນ ນະຄອນຫຼວງຮ່າໂນ້ຍ ແລະ ຕ່າງປະເທດ ໄດ້ມີໂອກາດພົບປະ, ພົວພັນແລກປ່ຽນ, ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງເດັກນ້ອຍ ຫວຽດນາມ ກັບ ເດັກນ້ອຍຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ