ເພີ່ມທະວີປະສິດທິຜົນການປົກປ້ອງຊັບສິນທາງປັນຍາ APEC

ເພີ່ມທະວີປະສິດທິຜົນການປົກປ້ອງຊັບສິນທາງປັນຍາ APEC - ảnh 1
ເພີ່ມທະວີປະສິດທິຜົນການປົກປ້ອງຊັບສິນທາງປັນຍາ APEC
(ພາບ: khoahocphattrien.vn)

(vovworld) - ​​ວັນ​ທີ 19/02, ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ທີ 1 ບັນ​ດາເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC (SOM 1), ມ​ີ​ຜູ້​ແທນກວ່າ 100 ທ່ານ​ທີ່​ມາ​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ສືບ​ຕໍ່​ຈັດ​​ການ​ປະ​ຊຸມ​ກຸ່ມ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຊັບ​ສິນທາງ​ປັນ​ຍາ. ນີ້ແມ່ນ​​ໜຶ່ງ​ໃນ​ຈຳ​ນວນກອງ​ປະ​ຊ​ຸມ 6 ຄັ້ງຂອງ​​ກຸ່ມ​ປະ​ຕິ​ບັດ​ງານ APEC. ທີ່ກອງ​ປ​ະ​ຊຸ​ມ, ທ່ານ ເລ​ຫງອກ​ເລີມ, ຮອງ​ຫົວ​ໜ້າ​ກຸ່ມ​ຊັບ​ສິນທາງ​ປັນ​ຍາ, ຜູ້​ຕາງ​ໜ້າ​ປະ​ເທດ​ເຈົ້າ​ພາບ​ຫວຽດ​ນາມ ໄດ້ລາຍ​ງານ 2 ເນື້ອ​ໃນ​ສຳ​ຄັນ ລວມ​ມີ: ຂ​ັ້ນ​ຕ​ອນ​ແກ້​ໄຂ​ໃບ​ຈົດ​ທະ​ບຽນ​​ຍີ່​ຫ​ໍ້ສາ​ກົນ​ຕາມ​ລະ​ບົບ Madrid ຢູ່​ກົມ​ຊັບ​ສິນທາງ​ປັນ​ຍາ ແລະ ການ​ເຄື່ອນ​ໄຫວ​ປ່ຽນ​ໃໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຫວຽດ​ນາມ. ທ່ານ ເລ​ຫງອກ​ເລີມ ໃຫ້​ຮູ້​ວ່າ, ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ກ່ຽວ​ກັບຊັບ​ສິນທາງ​ປັນ​ຍາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ເຊິ່ງ​ລັດ​ຖະ​ບານ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ມີ​ຄວ​າມ​ເອົາ​ໃຈ​ໃສ່​ທີ່​ສຸດ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​​ປ່ຽນ​ໃໝ່​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ​ດ້ານ​ເຕັກ​ນິກ ເພື່ອ​ຊ່ວຍ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ພັດ​ທະ​ນາ​ຢ່າງ​ແຮງ, ສ້າງ​ກຳ​ລັງ​ແກ​່ງ​ແຍ້ງ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈ​າກ​ຕ່າງ​ປະ​ເທດ.

        ນອກນັ້ນ, ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ເຈ​ລະ​ຈາ​ກ່ຽວ​ກັບ​ນະ​ໂຍ​ບາຍຊັບ​ສິນທາງ​ປັນ​ຍາ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເພີ່ມ​ລັກ​ສະ​ນະ​​ມີປະ​ສິດ​ທິ​ຜົນ​ຂອງ​ລະ​ບົບ​ປົກ​ປ້ອງ​ຊັບ​ສິນທາງ​ປັນ​ຍາ, ປະ​ຕິ​ບັດ​​ສັນ​ຍາ​ກ່ຽວ​ກັບ​ບັນ​ດາ​ແງ່​ມູມ​ກ່ຽວ​ຂອງ​ເຖິງ​ການ​ຄ້າ​ຂອງຊັບ​ສິນທາງ​ປັນ​ຍາ…

ຂ່າວ/ບົດ​ອື່ນ