ເພີ່ມທະວີວຽກງານຮັບປະກັນການປ້ອງກັນຄວາມສະຫງົບແຫ່ງຊາດໃນສະພາບການໃໝ່

ເພີ່ມທະວີວຽກງານຮັບປະກັນການປ້ອງກັນຄວາມສະຫງົບແຫ່ງຊາດໃນສະພາບການໃໝ່ - ảnh 1
(ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ​ເຈີ​ນດ້າຍ​ກວາງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/04, ກະຊວງ​ຕຳຫຼວດ​ ຫວຽດນາມ ໄດ້​ຈັດ​ກອງ​ປະຊຸມ​ຄົ້ນຄວ້າ, ຊາບ​ຊືມ, ປະຕິບັດ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ (ຊຸດ​ທີ 11) ກ່ຽວ​ກັບ “ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​​ປະເທດຊາດ​ໃນ​ສະພາບ​ການ​ໃໝ່”; ສະຫຼຸບ 8 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ (ຊຸດ​ທີ 10) ກ່ຽວ​ກັບ​ການ “​ເພີ່ມ​ທະວີ​ການ​ຊີ້​ນຳວຽກ​ງານ​ຮັບປະກັນການ​ປ້ອງ​ກັນຄວາມສະຫງົບແຫ່ງຊາດໃນ​ສະພາບ​ການ​ໃໝ່”. ຢູ່​ທີ່​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ​ເຈີ​ນດ້າຍ​ກວາງ ຊີ້​ແຈ້ງວ່າ: ​ໃນ​ໄລຍະ 10 ປີຜ່ານມາ, ສະພາບ​ການສາກົນ ​ແລະ ພາກ​ພື້ນ​ມີ​ການ​ເຄື່ອນ​ໄຫວ​ທີ່​ສັບ​ສົນ, ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ເພີ່ມ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ຫວຽດນາມ, ​ແຕ່ພາຍ​ໃຕ້​ການ​ຊີ້​ນຳ, ນຳພາ​ອັນສະຫຼາດ​ສ່ອງ​ໄສຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ​, ລັດຖະບານ, ຂະ​ແໜງ​ຕຳຫຼວດບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ໃນ​ການ​ປະຕິບັດ​ຈຸດໝາຍ, ພາລະ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ສະ​ເໜີ​ວ່າ ທົ່ວ​ກຳລັງ​ເປັນ​ເຈົ້າ​ການ, ມີຫົວຄິດ​ປະດິດ​ສ້າງ​ໃນ​ວຽກ​ງານ​ຫັນ​ເປັນ​ບັນດາໂຄງການ, ​ແຜນການ​ເຄື່ອນ​ໄຫວ​ຢ່າງລະອຽດ ຕິດ​ພັນ​ກັບ​ສະພາບ​ຕົວ​ຈິງ​ຂອງ​ວຽກງານ, ຕໍ່ສູ້​ ​ແລະ ສ້າງ​ກຳ​ລັງ​ຂອງ​ກົມກອງ, ທ້ອງຖິ່ນ. ພ້ອມ​ທັງ​ປະຕິບັດ​ບົດບາດ​ເປັນ​ແກ່ນສານ​ໃນ​ວຽກ​ງານ​​ເສນາ​ທິການ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເປັນ​ຢ່າງ​ດີ; ຈັດ​ຕັ້ງ​ການ​ປະຕິບັດ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ