ເພີ່ມພູນຄູນສ້າງການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ

(VOVWORLD) - ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບລາວ ຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ
ເພີ່ມພູນຄູນສ້າງການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ - ảnh 1 ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານ ຈັນສີ ໂພສີຄຳ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ

ຕອນບ່າຍວັນທີ 22 ພຶດສະພາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ຈັນສີ ໂພສີຄຳ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບລາວ ຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ຄະນະຈັດຕັ້ງສູນກາງພັກ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ບຳລຸງສ້າງ, ຝຶກອົບຮົມພະນັກງານທຸກຂັ້ນ…

ເພີ່ມພູນຄູນສ້າງການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ - ảnh 2 ທ່ານ ຟ້າມມີງຈິ໋ງ ໄດ້ຮັບຫຼຽນໄຊ ອິດສະຫຼະຈາກພັກ, ລັດ ລາວ

       ແລະ ກໍ່ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ຟ້າມມີງຈິ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງ ນຳໜ້າ, ໄດ້ເຈລະຈາກັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ. ສອງຝ່າຍໄດ້ແລກປ່ຽນບັນດາເນື້ອໃນ, ມາດຕະການເພີ່ມທະວີ ແລະ ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງຄະນະຈັດຕັ້ງສູນກາງພັກ ໃນໄລຍະຈະມາເຖິງ; ລົງເລິກແລກປ່ຽນບົດຮຽນໃນການກໍ່ສ້າງພັກ, ພິເສດແມ່ນວຽກງານການຈັດຕັ້ງ ແລະ ພະນັກງານ.

          ເນື່ອງໃນໂອກາດນີ້, ໂດຍຕາງໜ້າພັກ, ລັດ ລາວ, ທ່ານ ຈັນສີ ໂພສີຄຳ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໄດ້ມອບຫຼຽນໄຊ ອິດສະຫຼະ ຊັ້ນ II, ຊັ້ນ III ໃຫ້ບັນດາການນຳເຊິ່ງເປັນຮອງຫົວໜ້າຄະນະ, ອະດີດຮອງຫົວໜ້າຄະນະຈັດຕັ້ງສູນກາງ ທີ່ມີຜົນງານຫຼາຍຢ່າງໃນການສ້າງສາ ແລະ ເພີ່ມທະວີການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ