ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວຢ່າງບໍ່ຢຸດຢັ້ງ

(VOVWORLD) - ວັນທີ 12 ສິງຫາ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ສປປລາວ ປະຈຳ ຫວຽດນາມ ພ້ອມກັບຄະນະປະຕິບັດງານສະພາແຫ່ງຊາດ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ
ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວຢ່າງບໍ່ຢຸດຢັ້ງ - ảnh 1 ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ເຮັດວຽກກັບການນຳແຂວງ ຮ່ວາບີ່ງ (ພາບ: baohoabinh.com.vn)

ໄດ້ມາຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ສະຖານທີ່ອົບຮົມດ້ານການເມືອງ ແລະ ຈັດຕັ້ງກອງປະຊຸມໃຫຍ່ກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກປະຊາຊົນ ປະຕິວັດລາວ ຢູ່ ຮ່ວາບິ່ງ. ນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ, ແຂວງ ຮ່ວາບິ່ງ ໄດ້ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການເພີ່ມພູນຄູນສ້າງ, ເອົາໃຈໃສ່ເບິ່ງແຍງເຖິງນ້ຳໃຈມິດຕະພາບລະຫວ່າງສອງປະເທດ, ພິເສດແມ່ນໄດ້ອະນຸລັກຮັກສາເຂດປູຊະນີຍະສະຖານນີ້, ເຊິ່ງແມ່ນສະຖານທີ່ແດງ, ແມ່ນພະຍານຫຼັກຖານແຫ່ງສາຍພົວພັນແບບພິເສດ ຫວຽດນາມ - ລາວ. ທ່ານນາງຮອງປະທານສະພາແຫ່ງຊາດສະເໜີ ສະມາຄົມມິດຕະພາບ ຫວຽດນາມ - ລາວ ສົມທົບກັບບັນດາແຂວງ ຮ່ວາບິ່ງ, ເຊີນລາ, ຟູ໋ທໍ້, ເຊິ່ງແມ່ນບັນດາແຫ່ງທີ່ມີເຫດການ, ຂີດໝາຍທີ່ສຳຄັນລະຫວ່າງພັກ, ລັດ, ກອງທັບ ສອງປະເທດ ເພື່ອຕ້ອນຮັບບັນດາຄະນະຜູ້ແທນຂອງປະເທດເພື່ອນ ລາວ ມາຢ້ຽມຢາມ, ຊອກຮູ້ປະຫວັດສາດໃຫ້ຫຼາຍກວ່າອີກ… ແນໃສ່ໂຄສະນາ, ສຶກສາມູນເຊື້ອແຫ່ງຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ