ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບລະຫວ່າງຫວຽດນາມ-ລາວແລະຫວຽດນາມ-ກຳປູເຈຍຢ່າງບໍ່ຢຸດຢັ້ງ

ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບລະຫວ່າງຫວຽດນາມ-ລາວແລະຫວຽດນາມ-ກຳປູເຈຍຢ່າງບໍ່ຢຸດຢັ້ງ - ảnh 1
ທ່ານ​ປະ​ທານປະ​ເທດ ​ເຈືອງ​​ເຕີນ​ຊາງ ຕ້ອນຮັບ​
ທ່ານ ບຸນຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ ລາວ
(ພາບ: TTXVN)


(vovworld) – ໃນ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ປະ​ເທດສປປ.ລາວ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່​ງລາຊະ​ອານາ​ຈັກ​ກຳ​ປູ​ເຈ​ຍ ມາ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອ​ນສິງຫາ ​ແລະ ວັນຊາດ​ຫວຽດນາມ ທີ 2 ກັນຍາ, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 02/09, ຢູ່​ສຳນັກງານ​ປະທານ​ປະ​ເທດ. ທ່ານ​ປະ​ທານປະ​ເທດ ​ເຈືອງ​​ເຕີນ​ຊາງ ຢືນຢັນ​ວ່າ ຕ້ອງ​ເພີ່​ມພູນ​ຄຸນ​ສ້າງສາ​ຍພົວພັນ​ມິດ​ຕະພາບ​ລະຫວ່າງ​ຫວຽດນາມ-ລາວ​ ແລະ ​ຫວຽດນາມ-ກຳ​ປູ​ເຈຍ ຢ່າງ​ບໍ່​ຢຸດ​ຢັ້ງ. ​

          ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ງ​ສູງ​​ລາວ ໂດ​ຍທ່ານ ບຸນຍັງ ວໍລະ​ຈິດ, ຜູ້​ປະຈຳການ​ຄະນະ​ເລ​ຂາ​ພັກ​ປະຊາ​ຊົນ​ປະ​ຕິ​ວັດ​ລາວ, ຮອງ​ປະທານ​ປະ​ເທດ ລາວ ນຳ​ໜ້າ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​ໄດ້​ຂອບ​ອົກ​ຂອບ​ໃຈ ພັກ, ລັດ ​ແລະ ປະຊາຊົນ​ລາວ ​ອ້າຍນ້ອງ ຍາມ​ໃດ​ກໍ​ສະໜັບສະ​ໜູນ​ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້, ປົດປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະ​ນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນຢ່າງ​ສຸດ​ຂີດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ຮອງ​ປະທານ​ປະ​ເທດ​ລາວ ບຸນຍັງ ວໍລະ​ຈິດ ​ໄດ້​ເຫັນ​ດີ​ຍູ້​​ໄວ​ການ​ເຈລະຈາ​​ເພື່ອ​ລົງ​ນາມ​ໃນ​ອະນຸ​ສັນຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ​ແລະ ຫຼັກ​ໝາຍຊາຍ​ແດນ​ຫວຽດນາມ - ລາວ ​ແລະ ສັນຍາ​ກ່ຽວ​ກັບ​ກົດ​ລະບຽບ​ຄຸ້ມ​ຄອງຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ - ລາວ ກ່ອນ​ທ້າຍ​ປີ 2015… ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ຫວຽດນາມ ຈະ​ສະໜັບ​ສະ​ໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໜູນ​ຊ່ວຍ​ລາວ ຮັບ​ບົດບາດ​ໜ້າ​ທີ່​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2016, ​ເຊິ່ງ​​ແມ່ນ​ປີ​ທຳ​ອິດ​ພາຍຫຼັງ​ປະຊາ​ຄົມ​ອາ​ຊຽນ ​ໄດ້​ຮັບ​ການສ້າງ​ຕັ້ງ​.

          ທີ່​ການ​ຕ້ອນຮັບ​ທ່ານນາງ Men Xom On, ຮອງ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາ​ຈັກ​ກຳ​ປູ​ເຈຍ, ຫົວໜ້າ​ຄະນະ​ຜູ​້​ແທນ​ຂັ້ງ​ສູງ​ກຳ​ປູ​ເຈຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິ​ດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ກັບ​ກຳປູ​ເຈຍ. 2 ຝ່າຍ​ໄດ້​ເຫັນ​ດີ​ກັນ​ວ່າ ​ໃນ​ສະພາບ​​ສາກົນ ​ແລະ ພາກ​ພື້ນຄື​ປະຈຸ​ບັນ, 2 ປະ​ເທດ​ຕ້ອງ​ເພີ່ມ​ທະວີຄວາມ​ສາມັກ​ຄີ​, ຮ່ວມ​ມື ​ແລະ ຊ່ວຍ​ເຫຼື​ອ​ເຊິ່ງກັນ ​ແລະ ກັນ​​ກວ່າ​ອີກປະກອບສ່ວນ​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່ພາກພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ