ເພີ່ມພູມຄູນສ້າງ, ພັດທະນາການພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ

(VOVWORLD) - ບັນດາຜົນງານຂອງພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດ ສປປ ລາວ ໃນຕະຫຼອດ 43 ປີຜ່ານມາບໍ່ອາດຂາດການສະໜັບສະໜູນ
ເພີ່ມພູມຄູນສ້າງ, ພັດທະນາການພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ - ảnh 1 ການສະແດງສິລະປະທີ່ລາຍການ

ຕອນເຊົ້າວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ສົມທົບກັບສະຖານທູດ ສປປ ລາວ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 43 ປີແຫ່ງວັນຊາດຂອງ ສປປ ລາວ (2/12/1975 – 2/12/2018).

        ກ່າວຄຳເຫັນນະທີ່ນີ້, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ: ບັນດາຜົນງານຂອງພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດ ສປປ ລາວ ໃນຕະຫຼອດ 43 ປີຜ່ານມາບໍ່ອາດຂາດການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າ, ທັນການຂອງປະຊາຊົນ ຫວຽດນາມ.

        ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ໄດ້ແບ່ງປັນວ່າ: ໃນເວລາ 3 ປີປະຕິບັດງານຢູ່ ຫວຽດນາມ ດ້ວຍຖານະຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ, ທ່ານເອກອັກຄະລັດຖະທູດເຫັນໄດ້ການພັດທະນາຢ່າງວ່ອງໄວຂອງ ຫວຽດນາມ, ຊີວິດຂອງປະຊາຊົນໄດ້ຮັບການປັບປຸງເປັນຢ່າງດີກ່ວາ. ນີ້ແມ່ນການລະດົມກຳລັງໃຈໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ ໃນພາລະກິດ, ປົກປັກຮັກສາ ແລະ ພັດທະນາປະເທດລາວ ຕາມທິດສັງຄົມນິຍົມ.

        ແລະ ກໍ່ໃນວັນດຽວກັນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ (HUFO) ກໍ່ໄດ້ຈັດຕັ້ງການພົບປະສັງສັນ 43 ປີແຫ່ງວັນຊາດ ສປປ ລາວ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ