ເພີ່ມສະມັດຕະພາບຈະຟື້ນຟູລະດັບເຕີບໂຕດ້ານເສດຖະກິດເຂດອາຊີ-ປາຊີຟິກ

ເພີ່ມສະມັດຕະພາບຈະຟື້ນຟູລະດັບເຕີບໂຕດ້ານເສດຖະກິດເຂດອາຊີ-ປາຊີຟິກ - ảnh 1
ພາບປະກອບ

(vovworld) – ວັນ​ທີ 28/4, ຢູ່ ຈາ​ກາຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ, ກຳມາ​ທິການ ​ເສດຖະກິດ - ສັງຄົມ ອາຊີ ປາຊີ​ຟິກ (ESCAP) ຂອງ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ບົດ​ລາຍ​ງານສຳ​ຫຼວດ​ເສດຖະກິດ - ສັງຄົມ​ພາກ​ພື້ນ ອາຊີ - ປາຊີ​ຟິກ ປີ 2016. ບົດ​ລາຍ​ງານ​​ໄດ້​ຢັ້ງຢືນ​ວ່າ: ບັນດາ​ປະ​ເທດ​ເລີ່​ມ​ປະຕິບັດ​ໂຄງການ​ດຳ​ເນີນ​ງານປີ 2030, ​ໄລຍະ​ຕໍ່​ໄປ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ ອາຊີ - ປາຊີ​ຟິກ, ຕ້ອງ​ໄດ້​ຮັບ​ການ​ຊຸກຍູ້​ດ້ວຍ​ເລື່ອງ​ເພີ່ມ​ສະມ​ັດຕະພາບ​ໃນ​ຂອບ​ຂະໜາດ​ກ້ວາງ​ຂວາງ. ບົດ​ລາຍ​ງານ​ຮຽກຮ້ອງ​ສືບ​ຕໍ່​ມຸ່ງ​ໄປ​ເຖິງ​ການ​ສ້າງຄວາມ​ດຸນ​ດ່ຽງ​ກ່ຽວ​ກັບຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ ​ແລະ ພາກ​ພື້ນ, ຄື​ດັ່ງ​ມາດ​ຕະການ​ແກ້​ໄຂ​ໃຫ້​ແກ່​ການ​ເຕີບ​ໂຕ​​ໂດຍອີງ​ໃສ່​ການ​ສົ່ງ​ອອກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ ESCAP ​ແລ້ວ, ​ເຖິງ​ວ່າ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ພວມປະກົດ​ອອກ​ແຕ່​ເສດຖະກິດ​ຂອງ​ພາກ​ພື້ນ​ນີ້​ຍັງ​ຄົງ​ມີ​​ແງ່​ຫວັງ​ຫຼາຍ​ຢ່າງ ​ແລະ ຄາດຄະ​ເນ​ວ່າ ການ​ເຕີບ​ໂຕດ້ານ​ເສດຖະກິດ​ຢູ່ ອາຊີ - ປາຊີ​ຟິກ ຈະ​ບັນລຸ​ໄດ້ 4,8% ​ໃນ​ປີ 2016 ​ແລະ 5% ​ໃນ​ປີ 2017.


ຂ່າວ/ບົດ​ອື່ນ