ເພື່ອຫວຽດນາມປອດຢາສູບ


ເພື່ອຫວຽດນາມປອດຢາສູບ     - ảnh 1
ພິ​ທີ​ຊຸມ​ນຸມ​ມິດ​ຕິງ​ຕອບ​ສະ​ໜອງວັນ​ໂລກບໍ່​ສູບ​ຢາ

(vovworld)- ຕອນ​ເຊົ້າ​ວັນ​ທີ 30/5, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ຊຸມ​ນຸມ​ມິດ​ຕິງ​ຕອບ​ສະ​ໜອງວັນ​ໂລກບໍ່​ສູບ​ຢາ ແລະ ສັບ​ປະ​ດາ​ແຫ່ງ​ຊາດ​ປອດ​ຢາ​ສູບ. ປະ​ຈຸ​ບັນ, ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 15 ປະ​ເທດ​ທີ່​ມີ​ຈຳ​ນວນ​ຜູ້​ສູບ​ຢາຫຼາຍກວ່າ​ໝູ່​ໃນ​ໂລກ. ຄິດ​ສະ​ເລ່ຍ​ເພດ​ຊາຍ 2 ຄົນ​ໄວ 15 ປີ ຂຶ້ນ​ໄປ ກໍ​ມີ​ຜູ້​ໜຶ່ງ​ຕິດ​ຢາ​ສູບ. ທ່ານ ຮອງ​ສາດ​ສະ​ດາ​ຈານ​, ດ​ຣ ຫງວຽນຫງອກ​ເຄວ ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ການກວດ​ປິ່ນ​ປົວ​ພະ​ຍາດ, ຫົວ​ໜ້າ​ຫ້ອງ​ການ​ໂຄງ​ການ​ປ້ອງ​ກັນ ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາ​ສູບ​ໃຫ້​ຮູ້​ວ່າ : 

     “  ດ້ວຍ​ບັນ​ດາ​ມາດ​ຕະ​ການ​ສັງ​ລວມ, ພວກ​ເຮົາ​ຈະຫຼຸດ​ຜ່ອນ​ອັດ​ຕາ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ຢາ​ສູບ. ເປົ້າ​ໝາຍ​ແມ່ນ​ຜູ້​ສູບ​ຢາ​ເຖິງ​ກະ​ສຽນ​ອາ​ຍຸ​ຢູ່​ຫວຽດ​ນາມ​ຈະຫຼຸດ​ຜ່ອນ​ຈາກ 47,4% ລົງ​ເຫຼືອ​ພຽງ 39%. ພວກ​ເຮົາ​ຕ້ອງ​ສູ້​ຊົນ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສົດ​ໃສ, ປອດ​ຢາ​ສູບ​ຢູ່​ໂຮງ​ຮຽນ, ໂຮງ​ໝໍ​, ອົງ​ການ​ສຳ​ນັກ​ງານ​ ແລະ ສະ​ຖານ​ທີ່​ສາ​ທາ​ລະ​ນະທຸກໆ​ແຫ່ງ ”

 

ຂ່າວ/ບົດ​ອື່ນ