ເມັກຊີໂກ, ອາເມລິກາ ຊອກຫາຂໍ້ຕົກລົງ 10 ຕື້ USD ໃຫ້ແກ່ບັນຫາອົບພະຍົບຢູ່ອາເມລິກາກາງ

(VOVWORLD) -ວັນທີ 20 ມີນາ, ທ່ານປະທານາທິບໍດີເມັກຊີໂກ Andres Manuel Lopez Obrador ແຈ້ງໃຫ້ຊາບວ່າ

ປະເທດນີ້ ແລະ ອາເມລິກາ ບັນລຸໄດ້ບັນດາບາດກ້າວໃດໜຶ່ງກ່ຽວກັບຂໍ້ຕົກລົງທີ່ມີມູນຄ່າ 10 ຕື້ USD ທີ່ລົງທຶນໃຫ້ແກ່ເຂດທາງທິດໃຕ້ - ທິດຕາເວັນອອກສ່ຽງໃຕ້ ຂອງເມັກຊີໂກ ແລະ ບັນດາປະເທດອາເມລິກາກາງ ເພື່ອແນໃສ່ແກ້ໄຂບັນຫາອົບພະຍົບຢ່າງເຖິງກົກເຖິງຮາກ.

        ຕາມນັ້ນແລ້ວ, ຂໍ້ຕົກລົງຈະສ້າງວຽກເຮັດງານທຳຕື່ມອີກ, ຊຸກຍູ້ການເຕີບໂຕດ້ານເສດຖະກິດຢູ່ພາກໃຕ້ເມັກຊີໂກ ແລະ ບັນດາປະເທດອາເມລິກາກາງ, ລວມມີ: Honduras, El Salvador ແລະ Guatemala.

        ແຕ່ລະປີ, ມີຊາວ Honduras, El Salvador ແລະ Guatemala ນັບຫຼາຍພັນຄົນໄດ້ເດີນທາງໄປຍັງອາເມລິກາ ເພື່ອຫຼີກລ້ຽງຈາກການໃຊ້ຄວາມຮຸນແຮງ ແລະ ທຸກຍາກອຶດຫິວຢູ່ບ້ານເກີດເມືອງນອນ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະທາງທີ່ໄປຜ່ານເມັກຊີໂກ ນັ້ນ ສ່ວນຫຼາຍເຂົາເຈົ້າໄດ້ຊອກຫາວິທີເພື່ອຢູ່ອາໄສ ຫຼື ຂໍລີ້ໄພ ສະນັ້ນໄດ້ກໍ່ຄວາມກົດດັນບໍ່ແມ່ນໜ້ອຍໃຫ້ແກ່ສັງຄົມເມັກຊີໂກ.

ຕອບກັບ

ຂ່າວ/ບົດ​ອື່ນ