ເຢຍລະມັນ ມານະພະຍາຍາມກອບກູ້ຂໍ້ຕົກລົງ ນິວເຄຼຍ ກັບ ອີຣານ

(VOVWORLD) -ບັນດາປະເທດເອີຣົບ ພວມຢືນຢູ່ຕໍ່ໜ້າກໍາລັງດັນ ຕ້ອງກອບກູ້ເອົາຂໍ້ຕົກລົງ ໃນເມື່ອ ອີຣານ ກໍານົດເວລາສຸດທ້າຍແມ່ນ ວັນທີ 7 ກໍລະກົດ ເພື່ອເຈລະຈາກ່ຽວກັບບັນດາມາດຕາໃໝ່ໃຫ້ແກ່ JCPOA.

        ທ່ານ Jens Plotner - ຫົວໜ້າກົມໃຫຍ່ການເມືອງ 2  ເຊິ່ງເປັນຜູ້ຮັບຜິດຊອບກ່ຽວກັບພາກພື້ນຕາເວັນອອກກາງ ສັງກັດ ກະຊວງການຕ່າງປະເທດ ເຢຍລະມັນ ພວມມີການຢ້ຽມຢາມ ອີຣານ ແລະ ໄດ້ມີການພົບປະກັບທ່ານຮອງລັດຖະມົນຕີການຕ່່າງປະເທດ ອີຣານ Seyed Abbas Aragchi ເຊິ່ງເປັນໜຶ່ງໃນບັນດາສະມາຊິກເຂົ້າຮ່ວມການເຈລະຈາກ່ຽວກັບຂໍ້ຕົກລົງ ນິວເຄຼຍ ອີຣານ ຫຼືເອີ້ນວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນ. ກະຊວງການຕ່າງປະເທດ ເຢຍລະມັນ ໃຫ້ຂໍ້ສັງເກດວ່າ ສະພາບການດ້ານການເມືອງຢູ່ພາກພື້ນ ອ່າວເປີເຊຍ ໃນປັດຈຸບັນແມ່ນພວມ “ຮ້າຍແຮງທີ່ສຸດ”. ນັບແຕ່ເມື່ອຖະແຫຼງຖອນຕົວອອກຈາກ JCPOA, ອາເມລິກາ ໄດ້ໝູນໃຊ້ບາງມາດຕະການລົງໂທດ ອີຣານ ຄືນໃໝ່, ເຮັດໃຫ້ ຝລັ່ງ ແລະ ເຢຍລະມັນ ຕ້ອງສ້າງຕັ້ງ ກົນໄກໜູນຊ່ວຍການແລກປ່ຽນການຄ້າ (INSTEX) ເພື່ອສືບຕໍ່ບັນດາການເຄື່ອນໄຫວດ້ານການຄ້າ ກັບ ອີຣານ ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຂອງ ອາເມລິກາ.

        ບັນດາປະເທດເອີຣົບ ພວມຢືນຢູ່ຕໍ່ໜ້າກໍາລັງດັນ ຕ້ອງກອບກູ້ເອົາຂໍ້ຕົກລົງ ໃນເມື່ອ ອີຣານ ກໍານົດເວລາສຸດທ້າຍແມ່ນ ວັນທີ 7 ກໍລະກົດ ເພື່ອເຈລະຈາກ່ຽວກັບບັນດາມາດຕາໃໝ່ໃຫ້ແກ່ JCPOA.


ຕອບກັບ

ຂ່າວ/ບົດ​ອື່ນ