ເຢຍລະມັນ,ຢູແກຼນເຫັນດີສືບຕໍ່ການເຄື່ອນໄຫວຂອງກຸ່ມປະຕິບັດງານກ່ຽວກັບຢູແກຼນ

ເຢຍລະມັນ,ຢູແກຼນເຫັນດີສືບຕໍ່ການເຄື່ອນໄຫວຂອງກຸ່ມປະຕິບັດງານກ່ຽວກັບຢູແກຼນ - ảnh 1
ທ່ານນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko (ພາບ: DPA)

(vovworld) – ​ ເຢຍ​ລະ​ມັນ, ຢູແກຼນ​ ເຫັນ​ດີ​​ສືບ​ຕໍ່​​ການເຄື່ອນ​ໄຫ​ວ​ຂອງ​ກຸ່ມ​ປະ​ຕິ​ບັດ​ງານກ່ຽວ​ກັບ​ ຢູ​ແກຼນ - ນີ້​ແມ່ນ​ເນື້ອ​ໃນໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko ແລະ ທ່ານນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ເຫັນ​ດີ​ເປັນ​ເອ​ກະ​ສັນ​ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ໃນ​ວັນ​ທີ 21/11. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຖື​ວ່າ: ເລື່ອງ​ຮັກ​ສາ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​​ປະ​ຕິ​ບັດ​ງານ 3 ຝ່າຍ​ແມ່ນ​ກົນ​ໄກ​ສຳ​ຄັນ​ຮັບ​ປະ​ກັນ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ Minsk ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ Donesk ແລະ Lugansk, ທາງ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ​ໂດຍ​ສັນ​ຕິ​ວິ​ທີ. ກ່ອນ​ໜ້ານັ້ນ, ຜູ້​ຕາງ​ໜ້າ ສ. Donesk ໂດຍຂະ​ໜານ​ນາມ​ເອງ ທ່ານ Denis Pusillin ຖະ​ແຫຼງ​ຕາງ​ໜ້າ​ໃຫ​້ Donesk ແລະ Lugansk ກຽມ​ພ້ອມ​ໄປ Minsk ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​​ດັ່ງ​ກ່າວ.

 



ຂ່າວ/ບົດ​ອື່ນ