ເຢຍລະມັນຮຽກຮ້ອງໃຫ້ອາບການິດສຖານເຊື່ອມຕໍ່ການເຈລະຈາສັນຕິພາບກັບຕາລີບານ

ເຢຍລະມັນຮຽກຮ້ອງໃຫ້ອາບການິດສຖານເຊື່ອມຕໍ່ການເຈລະຈາສັນຕິພາບກັບຕາລີບານ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​
ການ​ຕ່າງປະ​ເທດ​ເຢຍລະ​ມັນ Frank Walter Steinmeier ​
(ພາບ: Reuters)


(vovworld) – ກ່າວ​ຄຳ​ເຫັນ​ໃນ​ການ​ຢ້ຽມຢາມ​ໂດຍ​ບັງ​ເອີ້ນ​ເຖິງ​ອາບ​ກາ​ນິດ​ສຖານ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ Frank Walter Steinmeier ​ໄດ້​ອອກສຽງ​ຮຽກ​ຮ້ອງ​​ອຳນາດ​ການ​ປົກຄອງ Kabul ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນ​ຕິ​ພາບ​ກັບ​ກຳລັງ​ຕາ​ລີ​ບານ ຄືນ​ໃໝ່ ​ໂດຍ​ບໍ່​ຫົວຊາ​ຕໍ່​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່ພວມ​ເພີ່ມ​ຂຶ້ນ​ໃນ​ຊຸມ​ມື​້ຫວ່າງ​ມໍ່ໆ​ມາ​ນີ້ ຢູ່​ແຂວງ Helmand, ທາງ​ພາກ​ໃຕ້​ປະ​ເທດ​ນີ້. ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ​ໃນ​ວັນ​ທີ 30/08, ຢູ່​ນະຄອນຫຼວງ Kabul, ດ້ວຍ​ການ​ມີໜ້າ​ຂອງ​ທ່ານ​ປະທານາທິບໍດີ​ອາບ​ກາ​ນິດ​ສຖານ Ashraf Ghani, ທ່ານ Frank Walter Steinmeier ຫວັງ​ວ່າ, ອຳນາດ​ການ​ປົກຄອງ​ອາບ​ກາ​ນິດ​ສຖານ ຈະ​ສືບ​ຕໍ່​ເປີດກາລະ​ໂອກາດ​ເຊື່ອມ​ຕໍ່ການ​ເຈລະຈາ​ກັບ​ກຳລັງ​ຕາ​ລີ​ບານ ຄືນ​ໃໝ່. ທ່ານ Frank Walter Steinmeier ​ໃຫ້​ຮູ້​ວ່າ, ລັດຖະບານ​ເຢຍລະ​ມັນ ຍັງ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ໜູນ​ຊ່ວຍ​ອາບ​ກາ​ນິດ​ສຖານ ນັບທັງ​​ໃນຂົງ​ເຂດ​ພົນລະ​ເຮືອນ​ ​ແລະ ການຝຶກອົບຮົມ​ໃຫ້​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ