ເຢຍລະມັນເຫັນດີປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ

(VOVWORLD) -ບັນດາການນໍາເຢຍລະມັນຢາກນໍາການພົວພັນຄູ່ຮ່ວມມືຍຸດທະສາດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ສືບຕໍ່ຊຸກຍູ້, ເພີ່ມທະວີການຢ້ຽມຢາມ, ພົວພັນແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ກໍຄືສ້າງແຜນການດໍາເນີນງານໃໝ່ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ.
ເຢຍລະມັນເຫັນດີປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເຈລະຈາ ກັບ ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ  Heiko Maas (ພາບ: laodong.vn)

ໃນລະຫວ່າງວັນທີ 20 – 21 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ມີການຢ້ຽມຢາມ, ພົບປະເຈລະຈາກັບເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງເຢຍລະມັນ. ຕອບສໍາພາດຕໍ່ວົງການນັກຂ່າວ ກ່ຽວກັບການຢ້ຽມຢາມດັ່ງກ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເຢຍລະມັນ ຫງວຽນມິນຫວູ ໄດ້ຢັ້ງຢືນວ່າ ການຢ້ຽມຢາມດັ່ງກ່າວ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ທີ່ການປຶກສາຫາລືຄັ້ງຕ່າງໆ, ບັນດາການນໍາເຢຍລະມັນ ຕ່າງກໍສະແດງຄວາມປະທັບໃຈກັບບັນດາຜົນງານພັດທະນາເສດຖະກິດ - ສັງຄົມ ແລະ ທີ່ຕັ້ງບົດບາດໃນເວທີສາກົນຂອງຫວຽດນາມ ແລະ ເຫັນດີຈະປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໃນບັນດາຂົງເຂດໃນໄລຍະຈະມາເຖິງ; ພ້ອມທັງຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ເອີຣົບ (EVFTA) ໂດຍໄວ. ສອງຝ່າຍກໍແບ່ງປັນທັດສະນະກ່ຽວກັບຫຼາຍບັນຫາຂອງສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ນອກຈາກນັ້ນ ກໍປາດຖະໜາວ່າ ຢາກນໍາການພົວພັນຄູ່ຮ່ວມມືຍຸດທະສາດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ສືບຕໍ່ຊຸກຍູ້, ເພີ່ມທະວີການຢ້ຽມຢາມ, ພົວພັນແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ກໍຄືສ້າງແຜນການດໍາເນີນງານໃໝ່ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ