ເລຂາຄະນະພັກນະຄອນຮ່າໂນ້ຍຢ້ຽມຢາມແລະອວຍພອນບຸນເຕັດກຳລັງປະກອບອາວຸດນະຄອນຫລວງ

ເລຂາຄະນະພັກນະຄອນຮ່າໂນ້ຍຢ້ຽມຢາມແລະອວຍພອນບຸນເຕັດກຳລັງປະກອບອາວຸດນະຄອນຫລວງ - ảnh 1
ທ່ານ ຮ​່​ວາງ​ຈູງ​ຫາຍ,ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ແລະ ອວຍ​ພອນ​ບຸນເຕັດກຳ​ລັງ​ປະ​ກອບ​ອາ​ວຸດ

(vovworld)- ​​​​​ ​ຕອນ​ເຊົ້າ​ວັນ​ທີ 6/2, ເນື່ອງ​ໃນ​ໂອ​ກາດ​ກະ​ກຽມ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ວອກ 2016, ທ່ານ ຮ​່​ວາງ​ຈູງ​ຫາຍ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ໄປ​ຢ້ຽມຢາມ ແລະ ອວຍ​ພອນ​ບຸນເຕັດ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນ​ຫລວງ. ນະ​ທີ່ນີ້ ທ່ານ​ຮ​່​ວາງ​ຈູງ​ຫາຍ ສະ​ເຫນີ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນ​ຫລວງ ຄວນ​​ມີ​ຄວາມຮັບ​ຮູ້​ທີ່​ຕັ້ງ, ບົດ​ບາດ, ເຊີດ​ຊູ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພັກ, ຕໍ່​ປະ​ຊາ​ຊົນ, ສຸມ​ໃສ່​ກຳ​ແຫນ້ນ, ໄຈ້​ແຍກ ແລະ ຄາດ​ຄະ​ເນ​ສະ​ພາບ​ການ​ຮອບ​ດ້ານ, ຢູ່​ກັບ​ທີ່ ແລະ ຍາວ​ໄກ, ສະ​ຫນີ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ທັນ​ການ ແລະ ເໝາະ​ສົມ​ກັບ​ວຽກ​ງານ. ທ່ານ​ຮ່​ວາງ​ຈູງ​ຫາຍ ສະ​ເຫນີ​ກຳ​ລັງ​ປະ​ກອ​ບ​ອາ​ວຸດ ນະ​ຄອນ​ຫລວງ ໃນ​ຕໍ່​ຫນ້າ​ຄວນ​ສຸມ​ໃສ່​ປະ​ຕິ​ບັດ​ຫນ້າ​ທີ່​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ, ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ຄົມ​ມະ​ນາ​ຄົມ, ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ​ການ​ຕໍ່​ສູ້, ປາບ​ປາມ​ບັນ​ດາ​ອາດ​ຊະ​ຍາ​ກຳ ແລະ ໄພ​ສັງ​ຄົມ​ຢູ່​ບໍ​ລິ​ເວນ​ນະ​ຄອນ​ຫລວງ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ເພື່ອ​ໃຫ້​ປະ​ຊາ​ຊົນ​ນະ​ຄອນ​ຫລວງ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.

 

ຂ່າວ/ບົດ​ອື່ນ