ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມຄະນະພັກຕຳຫຼວດສູນກາງ

(VOVWORLD) - ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ໄດ້ກ່າວຄຳເຫັນ, ຮັບຮອງ, ຕີລາຄາສູງບັນດາໝາກຜົນ
ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມຄະນະພັກຕຳຫຼວດສູນກາງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ທີ່ກອງປະຊຸມ

ຕອນບ່າຍວັນທີ 10 ທັນວາ 2018, ຢູ່ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງໄດ້ຈັດກອງປະຊຸມສະຫຼຸບວຽກງານພັກ ປີ 2018, ຮັບຮອງເອົາໝາກຜົນ, ຜົນງານໃນເຄີ່ງອາຍຸການທີ່ຜ່ານມາ, ປຶກສາຫາລືກ່ຽວກັບທິດທາງ, ໜ້າທີ່ວຽກງານພັກ ປີ 2019 ແລະ ໃນເຄີ່ງຫຼັງອາຍຸການຜ່ານມາ; ຈັດຕັ້ງການເອົາຄຳຄິດເຫັນ, ການສະເໜີບຸກຄະລາກອນ ພະນັກງານຕຳຫຼວດໃນການ ວາງແຜນຄະນະບໍລິຫານງານສູນກາງ ອາຍຸການ 2021 -2026.

ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ໄດ້ກ່າວຄຳເຫັນ, ຮັບຮອງ, ຕີລາຄາສູງບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ຂອງ ຄະນະພັກຕຳຫຼວດສູນກາງໃນເຄິ່ງອາຍຸການທີ່ຜ່ານມາ. ຄະນະພັກຕຳຫຼວດສູນກາງໄດ້ໃກ້ຊິດຕິດແທດການຊີ້ນຳ - ນຳພາ ຂອງສູນກາງພັກ, ສະພາແຫ່ງຊາດ, ລັດຖະບານຢ່າງທັນການ, ໃນນັ້ນ, ກົມການເມືອງ, ຄະນະເຂລາ ແລະ ນາຍຍົກລັດຖະມົນຕີແມ່ນຜູ້ຊີ້ນຳໂດຍກົງ ແລະ ເປັນປະຈຳ, ຜັນຂະຫຍາຍປະຕິບັດໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສຳເລັດຜົນ, ບັນລຸ ແລະ ລື່ນຄາດໝາຍ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ ການສະເໜີບຸກຄະລາກອນ ພະນັກງານຕຳຫຼວດ ໃນການວາງແຜນເລືອກເອົາສະມາຊິກຄະນະບໍລິຫານງານສູນກາງ ອາຍຸການ 2021-2026 ແມ່ນເນື້ອໃນທີ່ມີຄວາມສຳຄັນທີ່ສຸດ, ປະກອບສ່ວນກໍ່ສ້າງ, ຍົກສູງຄຸນນະພາບຖັນແຖວພະນັກງານ ແລະ ກຳລັງຄວາມສາມາດໃນການນຳພາ, ກຳລັງແຮງໃນການຕໍ່ສູ້ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ຄະນະພັກຕຳຫຼວດສູນກາງ ເອົາໃຈໃສ່ວຽກງານກໍ່ສ້າງພັກ ທັງດ້ານການເມືອງແນວຄິດ, ການຈັດຕັ້ງພະນັກງານ ແລະ ຄຸນສົມບັດໃຫ້ເປັນຢ່າງດີ, ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ, ຝຶກຝົນຄຸນສົມບັດແບບແຜນການດຳລົງຊີວິດ, ສະຕິຕໍ່ການຈັດຕັ້ງປະຕິບັດວິໄນ,  ຈິດໃຈ ທ່າທີໃນການຮັບໃຊ້ປະຊາຊົນ, ຮັກສາແບບແຜນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວພັກ ໃນທົ່ວຄະນະພັກໃຫ້ເປັນຢ່າງດີ. ພະນັກງານ, ສະມາຊິກພັກ, ກຳລັງຕຳຫຼວດປະຊາຊົນ ຕ້ອງເປັນແບບຢ່າງນຳໜ້າ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນຢ່າງເດັດຂາດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ