ເລຂາທິການໃຫຍ່, ປະທານປະເທດຫວຽດ​ນາມ ຫງວຽນຝູຈ້ອງ ຕ້ອນຮັບເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ

(VOVWORLD) -ຕອນບ່າຍວັນທີ 9 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຊຶ່ງພວມຢ້ຽມຢາມຫວຽດນາມ
ເລຂາທິການໃຫຍ່, ປະທານປະເທດຫວຽດ​ນາມ ຫງວຽນຝູຈ້ອງ ຕ້ອນຮັບເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ 

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມພາກພູມໃຈກ່ຽວກັບສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ທີ່ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ຕິດແທດຕົວຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ, ອັນໄດ້ນຳຜົນປະໂຫຍດອັນແທດຈິງມາສູ່ປະຊາຊົນແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ; ການນຳທັງ 2 ທ່ານໄດ້ຕີລາຄາສູງການສະໜັບສະໜູນ, ຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນຊຶ່ງ 2 ພັກ, 2 ລັດໄດ້ສະຫງວນໃຫ້ກັນ ແລະ ກັນນັບແຕ່ກ່ອນເປັນຕົ້ນມາ. 2 ຝ່າຍຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ຕົກລົງ ລະຫວ່າງ ການນຳຂັ້ນສູງ 2 ພັກ, 2 ລັດ; ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ ແລະ ສືບທອດໃຫ້ຄົນລຸ່ນຫຼັງ ເຊື່ອມຊຶມກ່ຽວກັບສາຍພົວພັນແບບພິເສດນີ້.

         ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດໃນປະຈຸບັນ, ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ໂລກ ພ້ອມກັບບາງມາດຕະການຊຸກຍູ້ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ