ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກວດກາວຽກງານຝຶກອົບຮົມສັງລວມ, ກຽມພ້ອມສູ້ຮົບປີ 2017

(VOVWORLD) - ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ໄລຍະຈະມາເຖິງ, ຄະນະພັກການທະຫານກຳແໜ້ນສະພາບການເປັນປະຈຳ, ເປັນເສນາທິການໃຫ້ພັກ, ລັດ ກ່ຽວກັບຍຸດທະສາດການທະຫານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ດ້ວຍການພັດທະນາເສດຖະກິດ, ສັງຄົມ ຢ່າງທັນການ

ວັນທີ 19 ພະຈິກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງ, ໄດ້ລົງກວດກາສັງລວມວຽກງານຝຶກອົບຮົມ, ກຽມພ້ອມສູ້ຮົບຂອງກົມກອງຈຳນວນໜຶ່ງຢູ່ສະໜາມຍິງຫ່ງຊາດເຂດ 1.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ໄລຍະຈະມາເຖິງ, ຄະນະພັກການທະຫານກຳແໜ້ນສະພາບການເປັນປະຈຳ, ເປັນເສນາທິການໃຫ້ພັກ, ລັດ ກ່ຽວກັບຍຸດທະສາດການທະຫານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ດ້ວຍການພັດທະນາເສດຖະກິດ, ສັງຄົມ ຢ່າງທັນການ; ຍູ້ແຮງການກໍ່ສ້າງກອງທັບປະຊາຊົນ ຫວຽດນາມ ປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ. ບັນດາອົງການ, ກົມກອທົ່ວກອງທັບສ້າງອົງຄະນະພັກປອດໄສ, ໝັ້ນຄົງເຂັ້ມແຂງ; ຕັ້ງໜ້າໃນການເປັນເຈົ້າພາບອາວຸດ, ອຸປະກອນທັນສະໄໝ… ທ່ານເລຂາທິການໃຫຍ່ ກໍ່ສະເໜີໃຫ້ກອງທັບສົມທົບກັນຢ່າງແໜ້ນແຟ້ນ ກັບຕຳຫຼວດປະຊາຊົນ, ຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນທ້ອງຖິ່ນ ເດັດດຽວຕໍ່ສູ້ເຮັດໃຫ້ທຸກໆກົນອຸບາຍ, ການເຄື່ອນໄຫວມ້າງເພທຳລາຍຂອງບັນດາກຳລັງທີ່ເປັນປໍລະປັກປະລາໄຊ, ຮັບປະກັນຄວາມສະຫງົບປອດໄພຢ່າງເດັດຂາດໃຫ້ບັນດາເຫດການການເມືອງສຳຄັນ, ບັນດາວັນບຸນໃຫຍ່ຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ