ເລຂາທິການໃຫຍ່,ປະທານປະເທດລາວຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ

ເລຂາທິການໃຫຍ່,ປະທານປະເທດລາວຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ - ảnh 1
ທ່ານ​​ເລຂາທິການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ຈູມ​ມາ​ລີ​ ໄຊ​ຍະ​ສອນ
ຕ້ອນຮັບຫົວໜ້າ​ຄະນະ​ພົວພັນຕ່າງປະ​ເທດ​ສູນ​ການ​ພັກ​ກອມ​ມູນິດ​ຫວຽດນາມ
(ພາບ: kpl.net.la)


​​(vovworld) - ວັນ​ທີ 24/07, ຢູ່​ສຳນັກງານ​ສູນ​ກາງ​ພັກ, ນະຄອນຫຼວງວຽງ​ຈັນ, ທ່ານ​ເລຂາທິການ​ໃຫຍ​່, ປະ​ທານ​ປະ​ເທດ​ລາວ ຈູມ​ມາ​ລີ​ ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນຄະ​ນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ໂດຍ​ທ່ານ ຮ່ວາງ​ບິ່ງ​ກວນ, ຫົວໜ້າ​ຄະນະ​ພົວພັນຕ່າງປະ​ເທດ​ສູນ​ການ​ພັກ​ກອມ​ມູນິດ​ຫວຽດນາມ, ​ເປັນ​ຫົວໜ້າ​ຄະນະ​​ໄປ​ຢ້ຽມຢາມ, ເຮັດ​ວຽກ ​ແລະ ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລ​ກປ່ຽນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຄັ້ງ​ທີ 8 ລະຫວ່າງ 2 ຄະນະ​ກຳມະການ​ສູນ​ກາງ​ຂອງ 2 ພັກ. ຢູ່​ທີ່​ນີ້, ທ່ານ​​ເລຂາທິການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ຈູມ​ມາ​ລີ​ ໄຊ​ຍະ​ສອນ ປາດ​ຖະໜາ​ວ່າ 2 ຄະນະ​ກຳມະການ​ສູນ​ກາງ​ສືບ​ຕໍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​​ແລ​ກປ່ຽນ​ຂໍ້ມູນຂ່າ​ວສານ, ບົດ​ຮຽນ, ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ​​ແລະ​ກັນ ​ເພື່ອ​ປະຕິ​ຍັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ,ຫ ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ​ແນະນຳ, ​ເລັ່ງລັດການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ, 2 ລັດ.


ເລຂາທິການໃຫຍ່,ປະທານປະເທດລາວຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ - ảnh 2
(ການ​ເຈລະຈາລະຫວ່າງຄະນະ​ຜູ້​ແທນ
ຄະ​ນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ 2 ປະເທດ)


​   ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນຄະ​ນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​​ໄດ້​ມີ​ການ​ເຈລະຈາ​ກັບຄະນະ​ຜູ້​ແທນຄະ​ນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​​ໂດຍ​ທ່ານນາງ​ກຳມາະການ​ສູນ​ກສາງ​ພັກ, ຫົວໜ້າ​ຄະນະ​ພົວພັວ​ຕ່າງປະ​ເທດ​ສູ​ນກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສູນ​ທອນ ​ໄຊ​ຍະ​ຈັກ ນຳ​ໜ້າ. ຢູ່​ທີ່​ນີ້, 2 ຝ່າ​ຍ​ໄດ້​ຕີ​ລາຄາ​​ໂດຍ​ສັງ​ເຂ​ບ​ກ່ຽວ​ກັບ​ສະພາບ​ການ, ໝາກຜົນ​ການ​ຜັນຂະຫຍາຍ​ປະຕິ​ບັດ​ຂໍ້​ຕົກລົງ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ; ສຳ​ຫຼວດກວດຄືນ​ການ​ສົມທົບ​ກັນ, ຮ່ວມ​ມື​ລະຫວ່າງຄະ​ນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເປັນ​ເອກະ​ພາບ​ທິດ​ທາ​ງຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ